ບັນດາການເຄື່ອນໄຫວຢູ່ ວັນມຽວ - ກວກຕືຢ໋າມ, ຄຸກຫ໋ວາຫຼໍ່, ຫໍພິພິຕະພັນຮ່າໂນ້ຍ ແລະ ສະຖານທີ່ຮ່ອງຮອຍຫຼາຍແຫ່ງ ກໍ່ໄດ້ຈັດບັນດາການເຄື່ອນໄຫວລົງຕົວຈິງ, ງານວາງສະແດງ, ການພົບປະແລກປ່ຽນ ແລະ ສຶກສາຮັກສາມໍລະດົກ.
ເນື່ອງໃນໂອກາດວັນພັກສະຫຼອງ 81 ປີວັນຊາດ 2 ກັນຍາ, ນະຄອນຫຼວງ ຮ່າໂນຍ ໄດ້ຈັດບັນດາກິດຈະກຳວັດທະນະທຳສິລະປະ, ການທ່ອງທ່ຽວ ຢ່າງອຸດົມສົມບູນ ແລະ ກວ້າງຂວາງ, ຫຼາຍລາຍການໄດ້ຈັດຂຶ້ນຢູ່ບັນດາຕາແສງທີ່ຫ່າງໄກຈາກໃຈກາງເພື່ອຮັບໃຊ້ປະຊາຊົນ.
ລະອຽດຄື ໃນວັນທີ 31 ສິງຫາ, ໂຮງລະຄອນຮ້ອງເພງ, ຟ້ອນ ດົນຕີ ທັງລອງ/ ໂຮງລະຄອນສິລະປະກາຍະສິ ແລະ ການສະແດງເວທີຮ່າໂນຍ/ໂຮງລະຄອນກາຍເລືອງຮ່າໂນຍ/ໂຮງລະຄອນຟ້ອນຕຸກກະຕານ້ຳ ທັງລອງ ຈະປະຕິບັດບັນດາລາຍການສິລະປະຢູ່ ຕາແສງ ດານເຟືອງ, ຕາແສງ ມິງເຈົ້າ, ຕາແສງ ບາດຈ່າງ, ຕາແສງ ດ້າຍຊວຽນ. ວັນທີ 1 ແລະ 2 ກັນຍາ, ໂຮງລະຄອນຈັບແຈ່ວ ຮ່າໂນ້ຍ ຈະປະຕິບັດລາຍການສິລະປະຂະໜາດໃຫຍ່ຢູ່ບໍລິເວນສວນດອກໄມ້ ວິຫານ ບ່າກ້ຽວ, ຖະໜົນ ຮວ່ານກຽມ. ໂດຍສະເພາະແມ່ນໃນວັນຊາດ 2 ກັນຍາ, ຫຼາຍລາຍການສິລະປະໄດ້ຈັດຂຶ້ນຢູ່ສະໜາມຫຼວງສະໜາມກິລາ ໝິດິ່ງ; ສວນສາທາລະນະ ໂທ້ງເຍິດ, ສວນດອກໄມ້
ຫຼາກລອງກວັນ...
ບັນດາການເຄື່ອນໄຫວຢູ່ ວັນມຽວ - ກວກຕືຢ໋າມ, ຄຸກຫ໋ວາຫຼໍ່, ຫໍພິພິຕະພັນຮ່າໂນ້ຍ ແລະ ສະຖານທີ່ຮ່ອງຮອຍຫຼາຍແຫ່ງ ກໍ່ໄດ້ຈັດບັນດາການເຄື່ອນໄຫວລົງຕົວຈິງ, ງານວາງສະແດງ, ການພົບປະແລກປ່ຽນ ແລະ ສຶກສາຮັກສາມໍລະດົກ. ສະເພາະຢູ່ໝູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ, ທາງນະຄອນໄດ້ຈັດເຫດການ “ບຸນເຕັດເອກະລາດຢ່າງມ່ວນຊື່ນ” ດຳເນີນເປັນເວລາ 5 ວັນ ແຕ່ວັນທີ 29 ສິງຫາ ເຖິງ ວັນທີ 2 ກັນຍາ. ຈຸດພົ້ນເດັ່ນໃນບັນດາກິດຈະກຳຊົມເຊີຍວັນຊາດຢູ່ ນະຄອນຫຼວງ ແມ່ນ ລາຍການຍິງບັ້ງໄຟດອກ ໃນວັນທີ 2 ກັນຍາ ຢູ່ 5 ຈຸດຍິງ.