• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດ​ນາມ ຍ​າມ​ໃດ​ກໍ່​ໃຫ້​ບຸ​ລິ​ມະ​ສິດ​ສູງ​ສຸດ​ແກ່​ການ​ເພີ່ມ​ພູ​ນ​ຄູນ​ສ້າງ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ ຫວຽດ​ນາມ - ລາວ

ນາຍົກລັດຖະມົນຕີຫວຽດນາມ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການການພົວພັນທາງດ້ານການເມືອງ - ການຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສອງ​ປະ​ເທດ​ທີ່ ສືບຕໍ່ໄດ້ຮັບການຮັກສາ ແລະ ຄວາມໄວ້ເນື້ອເຊື່ອໃຈສູງ
  ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ (ພາບ: VNA)  

ຕອນບ່າຍຂອງວັນທີ 28 ສິງຫາ 2026, ທີ່ນະຄອນຫຼວງຮ່າໂນ້ຍ, ທ່ານ ເລ ມິງ ຮຶງ, ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ໂດຍ​ໃຫ້​ການ​ຕ້ອ​ນັບຮ່ວມກັບຄະນະຜູ້ແທນຂັ້ນສູງຄະນະກຳມະການຮ່ວມມື ລາວ-ຫວຽດນາມ ຊຶ່ງນຳໂດຍ ທ່ານ ສັນຕິພາບ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ປະທານຄະນະກຳມະການຮ່ວມມືລາວ-ຫວຽດນາມ ໃນໂອກາດທີ່ຄະນະຜູ້ແທນດັ່ງກ່າວເດີນທາງຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມກາງສະໄໝຂອງຄະນະກຳມະການຮ່ວມມືລະຫວ່າງສອງປະເທດ ປີ 2026 ທີ່ຈັດຂຶ້ນຢູ່ ສສ ຫວຽດນາມ.

ໃນໂອກາດນີ້, ນາຍົກລັດຖະມົນຕີຫວຽດນາມ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການເດີນທາງຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມື ຫວຽດນາມ-ລາວ ປີ 2026 ຂອງທ່ານ ສັນຕິພາບ ພົມວິຫານ ແລະ ຄະນະ ໃນຄັ້ງນີ້ ຊຶ່ງມີຄວາມໝາຍສຳຄັນຍິ່ງ ເພື່ອແລກປ່ຽນ ແລະ ປະເມີນສະພາບການປະຕິບັດຂໍ້ຕົກລົງກ່ຽວກັບແຜນການການຮ່ວມມືລະຫວ່າງລັດຖະບານ ແຫ່ງ ສສ ຫວຽດນາມ ແລະ ລັດຖະບານ ແຫ່ງ ສປປ ລາວ ປີ 2026 ແລະ ການກະກຽມໃຫ້ແກ່ກອງປະຊຸມ ຄັ້ງທີ 49 ຂອງຄະນະກຳມະການຮ່ວມມືຫວຽດນາມ-ລາວ. ທ່ານໄດ້ສະແດງຄວາມຊື່ນຊົມຕໍ່ບັນດາໝາກຜົນໃນການຮ່ວມມືລະຫວ່າງສອງປະເທດໃນໄລຍະຜ່ານມາ. ການພົວພັນທາງດ້ານການເມືອງ - ການຕ່າງປະເທດ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສືບຕໍ່ໄດ້ຮັບການຮັກສາ ແລະ ຄວາມໄວ້ເນື້ອເຊື່ອໃຈສູງ; ການຮ່ວມມືທາງດ້ານການສຶກສາ, ການພົບປະແລກປ່ຽນປະຊາຊົນ ແລະ ການເຊື່ອມຈອດຈະລາຈອນໄດ້ຮັບການຊຸກຍູ້, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງຫວຽດນາມ - ລາວ

ທ່ານ ສັນຕິພາບ ພົມວິຫານ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນຂອງນາຍົກລັດຖະມົນຕີຫວຽດນາມ, ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ລັດຖະບານຫວຽດນາມ ທີ່ໄດ້ໃຫ້ການແລກປ່ຽນບົດຮຽນ ແລະ ການສະໜັບສະໜູນລາວໃນການພັດທະນາເສດຖະກິດ-ສັງຄົມ, ຄວາມໝັ້ນຄົງທາງດ້ານເສດຖະກິດມະຫາພາກ, ກໍ່ສ້າງຊັບພະຍາກອນມະນຸດ ແລະ ຍົກລະດັບຄວາມສາມາດໃນການຄຸ້ມຄອງລັດ. ທ່ານຫວັງວ່າຈະສືບຕໍ່ໄດ້ຮັບການຮ່ວມມື ແລະ ການສະໜັບສະໜູນຈາກຫວຽດນາມ ໂດຍສະເພາະໃນດ້ານການເງິນ ແລະ ການຄຸ້ມຄອງງົບປະມານ, ການລະດົມທຶນ ແລະ ການປັບປຸງສະພາບແວດລ້ອມການລົງທຶນ, ທຸລະກິດ. ຂ່າວ: ສະຖານທູດລາວທີ່ຮ່າໂນ້ຍ

(ແຫຼ່ງຄັດຈາກ VOV)

ຫວຽດນາມ ແລະ MERCOSUR ເລີ່ມຕົ້ນການເຈລະຈາ ການຄ້າ

ຫວຽດນາມ ແລະ MERCOSUR ເລີ່ມຕົ້ນການເຈລະຈາ ການຄ້າ

ສອງຝ່າຍໄດ້ຢັ້ງຢືນ ຕັດ​ສິນ​ໃຈຊຸກຍູ້ວິວັດທະນາການເຈລະຈາບົນຈິດໃຈເປັນ​ມິດ, ມີເຈດຕະນາດີ, ເປີດອົກເປີດໃຈ ແລະ ສ້າງສັນ, ມຸ່ງໄປ​ເຖິງ​ການ​ສ້າງສັນຍາທີ່ສົມດຸນ, ເໝາະສົມ ກັບ ຜົນປະໂຫຍດ ຂອງ ຫວຽດນາມ ກໍຄື MERCOSUR.

Top