ໃນ ການພົບປະກັບ ທ່ານເອກອັກຄະລາຊະທູດ Jamieson Greer, ຫົວໜ້າຜູ້ຕາງໜ້າ ການຄ້າອາເມລິກາ (USTR), ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາວິທີການແນ່ໃສ່ ຊຸກຍູ້ ສາຍພົວພັນ ທາງການຄ້າສອງຝ່າຍໃຫ້ສົມດຸນ, ຍືນຍົງ ແລະ ຕ່າງຝ່າຍຕ່າງ ມີຜົນປະໂຫຍດ, ກໍຄືວິວັດທະນາການການເຈລະຈາ ສັນຍາການຄ້າຕອບແທນ, ຍຸຕິທຳ ແລະ ສົມດຸນ (ART).
ທ່ານ ຫງວຽນວັນທັ້ງ ຮອງນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານເອກອັກຄະລາຊະທູດ Jamieson Greer, ຫົວໜ້າຜູ້ຕາງໜ້າ ການຄ້າອາເມລິກາ (USTR) (ພາບ: VNA)
ໃນຂອບເຂດການເດີນທາງໄປປະຕິບັດຢູ່ທີ່ ອາເມລິກາ, ໃນວັນທີ 27-28 ສິງຫາ 2026, ທ່ານ ຫງວຽນວັນທັ້ງ ຮອງນາຍົກລັດຖະມົນຕີ ຫວຽດນາມ ໄດ້ພົບປະ, ເຮັດວຽກກັບ ການນຳອົງການຜູ້ຕາງໜ້າທາງການຄ້າອາເມລິກາ (USTR), ກະຊວງການຕ່າງປະເທດ ອາເມລິກາ, ກະຊວງການຄ້າອາເມລິກາ, ແລະ ອົງການການເງິນພັດທະນາ ສາກົນ ອາເມລິກາ (DFC).
ໃນ ການພົບປະກັບ ທ່ານເອກອັກຄະລາຊະທູດ Jamieson Greer, ຫົວໜ້າຜູ້ຕາງໜ້າ ການຄ້າອາເມລິກາ (USTR), ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາວິທີການແນ່ໃສ່ ຊຸກຍູ້ ສາຍພົວພັນ ທາງການຄ້າສອງຝ່າຍໃຫ້ສົມດຸນ, ຍືນຍົງ ແລະ ຕ່າງຝ່າຍຕ່າງ ມີຜົນປະໂຫຍດ, ກໍຄືວິວັດທະນາການການເຈລະຈາ ສັນຍາການຄ້າຕອບແທນ, ຍຸຕິທຳ ແລະ ສົມດຸນ (ART).
ທີ່ການເຮັດວຽກກັບ ທ່ານ Jacob Helberg ຮອງລັດຖະມົນຕີ ກະຊວງການຕ່າງປະເທດອາເມລິກາ ຮັບຜິດຊອບເສດຖະກິດ, ສອງຝ່າຍ ໄດ້ເຫັນດີ ເປັນເອກະພາບຕໍ່ບັນດາຂໍ້ສະເໜີກ່ຽວກັບການເພີ່ມທະວີການເຈລະຈາ, ການຮ່ວມມືໃນ ບັນດາ ຂົງເຂດ ທີ່ມີລັກສະນະ ພື້ນຖານ, ຍຸດທະສາດ, ຄື: ວິທະຍາສາດ - ເຕັກໂນໂລຊີ, ນະວັດຕະກຳ, ປັນຍາປະດິດ, ເສດຖະກິດ ດິຈິຕອນ, ພື້ນຖານໂຄງຮ່າງ ດິຈິຕອນ…
ໃນການພົບປະການນຳກະຊວງການຄ້າອາເມລິກາ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນວັນທັ້ງ ໄດ້ສະເໜີກະຊວງການຄ້າອາເມລິການຳເອົາ ຫວຽດນາມ ອອກຈາກບັນຊີ ຄຸ້ມຄອງ ການສົ່ງອອກ D1, D3 ໂດຍໄວ, ພິຈາລະນາຮັບຮອງເອົາ ຫວຽດນາມ ແມ່ນ ພື້ນຖານເສດຖະກິດການຕະຫຼາດ ແລະ ມີວິທີເຂົ້າເຖິງຢ່າງພາວະວິໄສ, ຍຸຕິທຳໃນ ບັນດາ ເຫດການປ້ອງກັນການຄ້າສຳລັບສິນຄ້າ ຫວຽດນາມ
(ແຫຼ່ງຄັດຈາກ VOV)