ສອງຝ່າຍໄດ້ຢັ້ງຢືນ ຕັດສິນໃຈຊຸກຍູ້ວິວັດທະນາການເຈລະຈາບົນຈິດໃຈເປັນມິດ, ມີເຈດຕະນາດີ, ເປີດອົກເປີດໃຈ ແລະ ສ້າງສັນ, ມຸ່ງໄປເຖິງການສ້າງສັນຍາທີ່ສົມດຸນ, ເໝາະສົມ ກັບ ຜົນປະໂຫຍດ ຂອງ ຫວຽດນາມ ກໍຄື MERCOSUR.
ວາລະການເຈລະຈາຄັ້ງທີໜຶ່ງ ສັນຍາການຄ້າບຸລິມະສິດ (PTA) ລະຫວ່າງ ຫວຽດນາມ – ກຸ່ມຕະຫຼາດຮ່ວມອາເມລິກາໃຕ້ (MERCOSUR) (ພາບ: TTXVN)
ວາລະການເຈລະຈາຄັ້ງທີໜຶ່ງ ສັນຍາການຄ້າບຸລິມະສິດ (PTA) ລະຫວ່າງ ຫວຽດນາມ – ກຸ່ມຕະຫຼາດຮ່ວມອາເມລິກາໃຕ້ (MERCOSUR) ໄດ້ດຳເນີນແຕ່ວັນທີ 24 ຫາວັນທີ 28 ສິງຫາຢູ່ Buenos Aires, ອາກຊັງຕິນ, ໄດ້ສ້າງບາດກ້າວສຳຄັນໃນວິວັດທະນາການ ຊຸກຍູ້ສາຍພົວພັນການຮ່ວມມືເສດຖະກິດ, ການຄ້າລະຫວ່າງ ຫວຽດນາມ ແລະ ບັນດາ ປະເທດອາເມລິກາໃຕ້.
ກ່າວຄຳເຫັນໃນພິທີໄຂທີ່ຈັດຂຶ້ນ ໃນວັນທີ 24 ສິງຫາ; ທ່ານນາງ ໂງມິງງວຽດ ເອກອັກຄະລາຊະທູດຫວຽດນາມປະຈຳອາກຊັງຕິນພ້ອມດ້ວຍ ບັນດາ ສະມາຊິກຄະນະ ເຈລະຈາຫວຽດນາມ ແລະ MERCOSUR, ສອງຝ່າຍໄດ້ຢັ້ງຢືນ ຕັດສິນໃຈຊຸກຍູ້ວິວັດທະນາການເຈລະຈາບົນຈິດໃຈເປັນມິດ, ມີເຈດຕະນາດີ, ເປີດອົກເປີດໃຈ ແລະ ສ້າງສັນ, ມຸ່ງໄປເຖິງການສ້າງສັນຍາທີ່ສົມດຸນ, ເໝາະສົມ ກັບ ຜົນປະໂຫຍດ ຂອງ ຫວຽດນາມ ກໍຄື MERCOSUR.
(ແຫຼ່ງຄັດຈາກ VOV)