ພາຍຫຼັງສັງກາດປະກາດເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ສັງກາດ ປ່ຽນແປງໃໝ່, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມໄດ້ສ້າງຂີດໝາຍປະເທດຊາດກ້າວເຂົ້າສູ່ສັງກາດການພັດທະນາໃໝ່ – ມຸ່ງໄປຫາ ການສ້າງສາ ປະເທດ ຫວຽດນາມ ທີ່ຮັ່ງມີ, ເຂັ້ມແຂງ ແລະ ວັດທະນາກາວອນຢ່າງເປັນທາງການ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ກ່ວາສູນທອນພົດ ໃນໂອກາດສະເຫຼີມສະຫຼອງ ຄົບຮອບ 81 ປີວັນຊາດ ສສ.ຫວຽດນາມ (ພາບ: VNA)
ນີ້ແມ່ນສານຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໂຕເລິມຢູ່ພິທີສະເຫຼີມສະຫຼອງຄົບຮອບ 81 ປີ ວັນຊາດສາທາລະນະລັດສັງຄົມນິຍົມ ຫວຽດນາມ (2/9/1945 - 2/9/2026), ທີ່ດຳເນີນ ໃນຕອນຄ່ຳ ວັນທີ 28 ສິງຫາ ຢູ່ໂຮງລະຄອນ ໂຮ່ເກືອມ, ຮ່າໂນ້ຍ.
ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ເນັ້ນໜັກວ່າ ພາຍຫຼັງສັງກາດປະກາດເອກະລາດ, ທ້ອນໂຮມປະເທດຊາດເປັນເອກະພາບ ແລະ ສັງກາດປ່ຽນແປງໃໝ່, ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດຫວຽດນາມໄດ້ສ້າງຂີດໝາຍປະເທດຊາດກ້າວເຂົ້າສູ່ສັງກາດການພັດທະນາໃໝ່ – ມຸ່ງໄປຫາການສ້າງສາ ປະເທດ ຫວຽດນາມທີ່ຮັ່ງມີ, ເຂັ້ມແຂງ ແລະ ວັດທະນາກາວອນຢ່າງເປັນທາງການ. ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໃຫ້ຮູ້ຢ່າງຈະແຈ້ງວ່າ:
“ພວກເຮົາຕ້ອງພ້ອມກັນແກ້ໄຂບັນດາສິ່ງທ້າທາຍໃນທົ່ວໂລກ ແລະ ນຳເອົາ ການປະຕິວັດວິທະຍາສາດ - ເຕັກໂນໂລຊີ ໃຫ້ກາຍເປັນພາຫະນະຮັບໃຊ້ໃຫ້ແຫ່ງການພັດທະນາ ຂອງມວນມະນຸດຢ່າງຕັ້ງໜ້າ. “ພ້ອມກັນ” - ພວກເຮົາຈະຜ່ານຜ່າ ທຸກໆ ສິ່ງທ້າທາຍ; “ພ້ອມກັນ” - ພວກເຮົາຈະສາມາດສ້າງໂລກແຫ່ງສັນຕິພາບ, ສະຖຽນລະພາບ ແລະ ມີການພັດທະນາແບບຍືນຍົງ. ຫວຽດນາມພ້ອມທີ່ຈະເປັນຂົວຕໍ່ ໃຫ້ການຮ່ວມມື ແລະ ການໂອ້ລົມສົນທະນາ, ພ້ອມທີ່ຈະເຂົ້າຮ່ວມວຽກງານແກ້ໄຂບັນດາບັນຫາ ລວມຂອງ ປະຊາຄົມສາກົນ, ສະໜັບສະໜູນລະບົບຫຼາຍຝ່າຍແຫ່ງຄວາມຍຸຕິທຳ ແລະ ມີສະເໝີພາບໂດຍສະຫະປະຊາຊາດເປັນໃຈກາງ.”
(ແຫຼ່ງຄັດຈາກ VOV)