ຂ່າວສານ

ຫວຽດນາມ ແລະ MERCOSUR ເລີ່ມຕົ້ນການເຈລະຈາ ການຄ້າ

ສອງຝ່າຍໄດ້ຢັ້ງຢືນ ຕັດ​ສິນ​ໃຈຊຸກຍູ້ວິວັດທະນາການເຈລະຈາບົນຈິດໃຈເປັນ​ມິດ, ມີເຈດຕະນາດີ, ເປີດອົກເປີດໃຈ ແລະ ສ້າງສັນ, ມຸ່ງໄປ​ເຖິງ​ການ​ສ້າງສັນຍາທີ່ສົມດຸນ, ເໝາະສົມ ກັບ ຜົນປະໂຫຍດ ຂອງ ຫວຽດນາມ ກໍຄື MERCOSUR.
  ວາລະການເຈລະຈາຄັ້ງທີໜຶ່ງ ສັນຍາການຄ້າບຸລິມະສິດ (PTA) ລະຫວ່າງ ຫວຽດນາມ – ກຸ່ມຕະຫຼາດຮ່ວມອາເມລິກາໃຕ້ (MERCOSUR) (ພາບ: TTXVN)  

ວາລະການເຈລະຈາຄັ້ງທີໜຶ່ງ ສັນຍາການຄ້າບຸລິມະສິດ (PTA) ລະຫວ່າງ ຫວຽດນາມ – ກຸ່ມຕະຫຼາດຮ່ວມອາເມລິກາໃຕ້ (MERCOSUR) ໄດ້ດຳເນີນແຕ່ວັນທີ 24 ຫາວັນທີ 28 ສິງ​ຫາຢູ່ Buenos Aires, ອາກຊັງຕິນ, ໄດ້​ສ້າງ​ບາດກ້າວສຳຄັນໃນວິວັດທະນາການ ຊຸກຍູ້ສາຍພົວພັນການຮ່ວມມືເສດຖະກິດ, ການຄ້າລະຫວ່າງ ຫວຽດນາມ ແລະ ບັນດາ ປະເທດອາເມລິກາໃຕ້.

ກ່າວຄຳເຫັນ​ໃນພິທີໄຂທີ່ຈັດຂຶ້ນ ໃນວັນທີ 24 ສິງ​ຫາ; ທ່ານ​ນາງ ໂງ​ມິງງວຽດ ເອກອັກຄະລາຊະທູດຫວຽດນາມປະຈຳອາກຊັງຕິນພ້ອມດ້ວຍ ບັນດາ ສະມາຊິກຄະນະ ເຈລະຈາຫວຽດນາມ ແລະ MERCOSUR, ສອງຝ່າຍໄດ້ຢັ້ງຢືນ ຕັດ​ສິນ​ໃຈຊຸກຍູ້ວິວັດທະນາການເຈລະຈາບົນຈິດໃຈເປັນ​ມິດ, ມີເຈດຕະນາດີ, ເປີດອົກເປີດໃຈ ແລະ ສ້າງສັນ, ມຸ່ງໄປ​ເຖິງ​ການ​ສ້າງສັນຍາທີ່ສົມດຸນ, ເໝາະສົມ ກັບ ຜົນປະໂຫຍດ ຂອງ ຫວຽດນາມ ກໍຄື MERCOSUR.


top