ຂ່າວສານ

ກ້າວໄປພ້ອມກັບຫວຽດນາມ - ຈັງຫວະດຽວກັນ, ລ້ານຄວາມພາກພູມໃຈ

ໃນປີ 2026, ໂຄງການຍັງມີການຮ່ວມເດີນ​ທາງຂອງກະຊວງປ້ອງກັນປະເທດ ແລະ ສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ.

ຕອນເຊົ້າວັນທີ 30 ສິງຫາ, ເຫດການຍ່າງເພື່ອສຸຂະພາບທົ່ວປະເທດ "ກ້າວໄປພ້ອມກັບຫວຽດນາມ" ຄັ້ງທີ 2 ໄດ້ຈັດຂຶ້ນພ້ອມກັນຢູ່ 34 ແຂວງ, ນະຄອນ, ສືບຕໍ່ເສັ້ນທາງທີ່ໜັງສືພິມ ເຍິນ​ເຢິນ ແລະ ກະຊວງຕຳຫຼວດ ໄດ້ເລີ່ມແຕ່ປີ 2025. ໃນປີ 2026, ໂຄງການຍັງມີການຮ່ວມເດີນ​ທາງຂອງກະຊວງປ້ອງກັນປະເທດ ແລະ ສູນກາງຊາວໜຸ່ມຄອມມູນິດ ໂຮ່ຈີມິນ.

ຢູ່ ຮ່າໂນ້ຍ, ງານດັ່ງກ່າວໄດ້ຈັດຂຶ້ນຢູ່ ສະ​ໜາມ​ຫຼວງ ດົງກິງເຫງີຍທຸກ ແລະ ສະ​ໜ​າມຫຼວງ ບາດິ່ງ. ກ່າວຄຳເຫັນຊີ້ນຳໂຄງການ, ທ່ານ ພົນເອກ ຟານວັນຢາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕີລາຄາສູງຕໍ່ຄວາມຄິດສ້າງສັນ ແລະ ວິທີການໃໝ່ຂອງໂຄງການ, ພ້ອມທັງສະເໜີໃຫ້ຄະນະຈັດງານຄົ້ນຄວ້າຮັກສາໂຄງການນີ້ໃຫ້ກາຍເປັນກິດຈະກຳປະຈຳປີ, ນັບ​ມື້​ນັບມີຄວາມແທດຈິງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ; ເຊື່ອມໂຍງຢ່າງແໜ້ນແຟ້ນກັບບັນດາຂະບວນການແຂ່ງຂັນຮັກຊາດ, ບັນດາການຂົນຂວາຍໃຫຍ່. ຈາກການຮ່ວມແຮງຮ່ວມໃຈຂອງປະຊາຊົນຫຼາຍລ້ານຄົນ ຈະສ້າງແຫຼ່ງກຳລັງອັນຍິ່ງ​ໃຫຍ່ ເພື່ອຫັນຄວາມມຸ່ງຫວັງໃນການສ້າງສາປະເທດຫວຽດນາມ ໃຫ້ເຂັ້ມແຂງ, ຮັ່ງ​ມີ, ວັດ​ທະ​ນາ​ຖາ​ວອນ, ສີ​ວິ​ໄລ ແລະ ຜາສຸກ ໃຫ້ປະກົດຜົນເປັນຈິງ.


top