• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຊ້ອມຮົບຕົວຈິງກ່ຽວກັບການປ້ອງກັນຄວາມໝັ້ນຄົງໃນການເດີນທະເລ ADMM+

      ການຊ້ອມຮົບຕົວຈິງ ADMM+ (ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດອາຊຽນເປີດກ້ວາງ) ຄັ້ງທີ 4 ກ່ຽວກັບການປ້ອງກັນຄວາມໝັ້ນຄົງໃນການເດີນທະເລຫາກໍ່ອັດລົງຢູ່ສິງກະໂປ ເມື່ອ ວັນທີ 12 ພຶດສະພາ. ກຳປັ່ນ 016-ກວາງຈຸງຂອງເຫຼົ່າທັບທະຫານເຮືອຫວຽດນາມ ໄດ້ເຂົ້າຮ່ວມການຊ້ອມຮົບດັ່ງກ່າວ.

(ສະມາຊິກເຂົົ້າຮ່ວມການສ້ອມຮົບ. ພາບ: haiquanvietnam)
      ຕາມຄຳຖະແຫຼງເມື່ອວັນທີ 12 ພຶດສະພາຂອງກະຊວງປ້ອງກັນປະເທດສິງກະໂປ, ການຝຶກຊ້ອມຕົວຈິງ ADMM+ ໂດຍສິງກະໂປ ແລະ ສ.ເກົາຫຼີ ພ້ອມກັນຈັດຕັ້ງຂຶ້ນນັບແຕ່ວັນທີ 30 ເມສາ. ພິທີອັດເຫດການດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 12 ພຶດສະພາ. ໃນການຊ້ອມຮົບຄັ້ງນີ້, ບັນດາກົມກອງທະຫານເຮືອໄດ້ເຂົ້າຮ່ວມການຊ້ອມຮົບກ່ຽວກັບການປ້ອງກັນຄວາມໝັ້ນຄົງໃນການເດີນເຮືອຄື: ການລຳລຽງບົນທະເລ, ປ້ອງກັນບັນດາເປົ້າໝາຍຕົ້ນຕໍ, ການຝຶກຊ້ອມເພື່ອເກີດການປະທະກັນບົນທະເລໂດຍກະທັນຫັນ, ແລກປ່ຽນຂໍ້ມູນຂ່າວສານກ່ຽວກັບເປົ້າໝາຍທີ່ຖືກສົງໃສບົນທະເລ, ການບິນຂຶ້ນ ແລະ ລົງຈອດຂອງເຮືອບິນເອລີກອບແຕໃນກຳປັ່ນ…
    ADMM+ ລວມມີ 10 ປະເທດອາຊຽນ ແລະ ອົດສະຕາລີ, ຈີນ, ຍີ່ປຸ່ນ, ອິນເດຍ, ສ.ເກົາຫຼີ, ນີວຊີແລນ, ລັດເຊຍ ແລະ ອາເມລິກາ.
 (ແຫຼ່ງຄັດຈາກ VOV)

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີນ ເຂົ້າຮ່ວມກອງປະຊຸມ AIPA 46

ອາຊຽນ ໄດ້ ແລະ ພວມບັນລຸໝາກຜົນສຳຄັນ ແລະ ຍືນຍົງໃນການຮັກສາສັນຕິພາບ, ສະຖຽນລະພາບ ແລະ ຊຸກຍູ້ຄວາມວັດທະນາຖາວອນຢູ່ພາກພື້ນ.

Top