ທົ່ວປະເທດມີປະມານ 1.500 ໂຄງການພວມປະສົບກັບຄວາມຫຍຸ້ງຍາກ, ຕິດຂັດ, ຂຶ້ນກັບ 20 ໝວດບັນຫາທີ່ແຕກຕ່າງກັນ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມ (ພາບ: TTXVN)
ຕອນເຊົ້າວັນທີ 30 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມກັບຄະນະຊີ້ນຳກ່ຽວກັບການສຳຫຼວດກວດກາ, ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດກ່ຽວຂ້ອງເຖິງບັນດາໂຄງການ (ຄະນະຊີ້ນຳ) ເພື່ອຮັບຟັງບົດລາຍງານສະພາບການກວດກາ, ຕີລາຄາ, ຊອກຫາມາດຕະການສືບຕໍ່ແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃຫ້ແກ່ບັນດາໂຄງການທີ່ຍັງຄ້າງໄວ.
ຜ່ານການກວດກາ ແລະ ການລາຍງານຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ທົ່ວປະເທດມີປະມານ 1.500 ໂຄງການພວມປະສົບກັບຄວາມຫຍຸ້ງຍາກ, ຕິດຂັດ, ຂຶ້ນກັບ 20 ໝວດບັນຫາທີ່ແຕກຕ່າງກັນ, ໃນນັ້ນມີທັງບັນດາໂຄງການລົງທຶນພາກລັດ, ໂຄງການລົງທຶນນອກງົບປະມານ ແລະ ບັນດາໂຄງການລົງທຶນຕາມຮູບແບບພາກລັດ - ເອກະຊົນ.
ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາອົງການ, ຫົວໜ່ວຍ, ທ້ອງຖິ່ນ ສະເໜີມາດຕະການແກ້ໄຂໃຫ້ເໝາະສົມ, ມີຄວາມເປັນໄປໄດ້, ມີປະສິດທິຜົນ; ລາຍງານຕໍ່ນາຍົກລັດຖະມົນຕີກ່ອນວັນທີ 10 ເມສາ.
(ແຫຼ່ງຄັດຈາກ VOV)