• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາ​ເມ​ລິ​ກາ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ບໍ່​ຖອນ​ທະ​ຫານ​ອອກ​ຈາກ ໂປ​ໂລຍ

ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Donald Trump ເນັ້ນໜັກວ່າ ພວກຂ້າພະເຈົ້າຈະຈັດສົ່ງທະຫານຕື່ມອີກ ຖ້າ ໂປໂລຍ ມີຄວາມປາດຖະໜາ”, ພ້ອມທັງໃຫ້ຮູ້ວ່າ ທະຫານ ອາເມລິກາ ຈະສືບຕໍ່ຢູ່ ໂປໂລຍ.
ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ໃຫ້ການຕ້ອນຮັບທ່ານ Karol Nawrocki ປະທານາທິບໍດີຄົນໃໝ່ ໂປໂລຍ (ພາບ: REUTERS/Brian Snyder)

ວັນທີ 3 ກັນຍາ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ໃຫ້ການຕ້ອນຮັບທ່ານ Karol Nawrocki ປະທານາທິບໍດີຄົນໃໝ່ ໂປໂລຍ ຢູ່ທຳນຽບຂາວ ໃນໂອກາດໄປ ປະຕິບັດງານຢູ່ຕ່າງປະເທດຄັ້ງທຳອິດຂອງທ່ານ Nawrocki ໃນຖານະຕຳແໜ່ງເປັນປະທານາທິບໍດີ ໂປໂລຍ.

ທີ່ການພົບປະ, ທ່ານປະທານາທິບໍດີ Donald Trump ໃຫ້ຄຳໝັ້ນສັນຍາ ຈະຮັກສາທະຫານ ອາເມລິກາ ຢູ່ ໂປໂລຍ ພ້ອມທັງ ໃຫ້ຮູ້ວ່າ ທ່ານສາມາດເພີ່ມເຕີມຈຳນວນນັກຮົບຢູ່ປະເທດນີ້. ກ່າວຄຳເຫັນຕໍ່ວົງການນັກຂ່າວ, ທ່ານ Donald Trump ເນັ້ນໜັກວ່າ ພວກຂ້າພະເຈົ້າຈະຈັດສົ່ງທະຫານຕື່ມອີກ ຖ້າ ໂປໂລຍ ມີຄວາມປາດຖະໜາ”, ພ້ອມທັງໃຫ້ຮູ້ວ່າ ທະຫານ ອາເມລິກາ ຈະສືບຕໍ່ຢູ່ ໂປໂລຍ.

ກ່ອນໜ້ານັ້ນ, ບັນດາເຈົ້າໜ້າທີ່ຂັ້ນສູງໃນອຳນາດການປົກຄອງຂອງທ່ານ Donald Trump ກ່າວເຕືອນວ່າ ທະຫານ ອາເມລິກາ ອາດສາມາດຖືກຖອນຕົວອອກຈາກ ເອີລົບ ເຊິ່ງໄດ້ກໍ່ຄວາມວຸ້ນວາຍ ໃນການສັບຊ້ອນການປ້ອງກັນຄວາມໝັ້ນຄົງ ຂ້າມ ມະຫາສະໝຸດ ອັດລັງຕິກ. ປັດຈຸບັນ, ອາເມລິກາ ມີທະຫານປະມານ 8000 ຄົນພວມຕັ້ງທັບ ຢູ່ ໂປໂລຍ ເຊິ່ງແມ່ນໜຶ່ງໃນບັນດາປະເທດສຳພັນທະມິດເອີລົບທີ່ໃກ້ຊິດທີ່ສຸດຂອງ ອາເມລິກາ ໃນປະຫວັດສາດ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ບັນລຸຄວາມຄືບໜ້າທີ່ໜ້າຮັບຮູ້ໃນວິວັດການພັດທະນາປະເທດຊາດ

ຫວຽດນາມ ບັນລຸຄວາມຄືບໜ້າທີ່ໜ້າຮັບຮູ້ໃນວິວັດການພັດທະນາປະເທດຊາດ

ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນສະຖາປະນາປະເທດ ສສ.ຫວຽດນາມ ທີ 02 ກັນຍາ ໄດ້ຈັດຂຶ້ນດ້ວຍຂອບຂະໜາດໃຫຍ່.

Top