ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນສະຖາປະນາປະເທດ ສສ.ຫວຽດນາມ ທີ 02 ກັນຍາ ໄດ້ຈັດຂຶ້ນດ້ວຍຂອບຂະໜາດໃຫຍ່.
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 440 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 22 ສະບັບຈາກທ່ານຜູ້ຟັງລາວ.
(ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນສະຖາປະນາປະເທດ ສສ.ຫວຽດນາມ ທີ 02 ກັນຍາ)
ໃນຊຸມມື້ຜ່ານມາ, ມີຜູ້ຟັງ ລາວ ຫຼາຍທ່ານໄດ້ສົ່ງຄຳຄິດເຫັນໃນຂ່າວ “ກອງທັບ ລາວ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນສະຖາປະນາປະເທດ ສສ.ຫວຽດນາມ ທີ 02 ກັນຍາ”. ບັນດາທ່ານຜູ້ຟັງໄດ້ສະແດງຄວາມປະທັບໃຈຕໍ່ບັນຍາກາດຂ່ຳນັບຊົມເຊີຍ 2 ວັນບຸນໃຫຍ່ຂອງ ຫວຽດນາມ. ໃນນັ້ນ, ເພື່ອນ ສຸລິວົງ, ໄດ້ແບ່ງປັນວ່າ: “ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນສະຖາປະນາປະເທດ ສສ.ຫວຽດນາມ ທີ 02 ກັນຍາ ໄດ້ຈັດຂຶ້ນດ້ວຍຂອບຂະໜາດໃຫຍ່, ປະຊາຊົນ ຫວຽດນາມ ໄດ້ນຸ່ງເສື້ອ ແລະ ມັດຄ້ອງແພໃສ່ຄໍມີຮູບທຸງແດງດາວຄຳ ເຮັດໃຫ້ເຂດຖະໜົນຕ່າງໆມີສີສັນຫຼາຍຫຼາຍ. ນອກນັ້ນ, ພິທີເດີນຂະບວນ, ສວນສະໜາມສະແດງກ້ອນກຳລັງໃນໂອກາດນີ້ກໍ່ໄດ້ພິສູດໃຫ້ເຫັນເລື່ອງ ຫວຽດນາມ ບັນລຸຄວາມຄືບໜ້າທີ່ໜ້າຮັບຮູ້ໃນວິວັດການພັດທະນາປະເທດຊາດ”.
ສ່ວນເພື່ອນ ວິໄລພົງ ໄດ້ສົ່ງຂໍ້ຄວາມທາງສື່ສັງຄົມ Facebook ດ້ວຍເນື້ອໃນທີ່ວ່າ: “ຕາມທ່າອ່ຽງທົ່ວໂລກ, ຂ້າພະເຈົ້າຄິດວ່າ ການເດີນຂະບວນ, ສວນສະໜາມສະແດງກ້ອນກຳລັງຄືແນວນີ້ ແມ່ນມີຄວາມຈຳເປັນ. ຂ້າພະເຈົ້າຂໍອວຍພອນໃຫ້ກອງທັບ ຫວຽດນາມ ນັບມື້ນັບໝັ້ນຄົງເຂັ້ມແຂງ ແລະ ພັດທະນາ, ໄດ້ປະກອບອາວຸດທັນສະໄໝຫຼາຍປະເພດ ແລະ ມີທີ່ຕັ້ງທີ່ສູງກວ່າບົນເວທີສາກົນ”.
ຈາກ ກຸຍບາ, ທ່ານ Ezequiel Hernández Gómez ໄດ້ຂຽນວ່າ: “ຄວາມສາມັກຄີແມ່ນກຳລັງແຮງເພື່ອນຳປະເທດກ້າວໄປເຖິງເສັ້ນທາງແຫ່ງການພັດທະນາ, ເພື່ອຄວາມຜາສຸກຂອງປະຊາຊົນໝົດທຸກຄົນ, ກໍຄືຄວາມໄວ້ເນື້ອເຊື່ອໃຈຈາກເພື່ອນມິດຢູ່ 5 ທະວີບ. ຈົ່ງພ້ອມກັນສະເຫຼີມສະຫຼອງວັນຊາດ 02 ກັນຍາ ອັນສຳຄັນຍິ່ງ, ຊົມເຊີຍ 80 ປີແຫ່ງໄຊຊະນະ ແລະ ນ້ຳໃຈສາມັກຄີ. ຂໍອວຍພອນໃຫ້ປະຊາຊົນ ຫວຽດນາມ ວິລະຊົນສືບຕໍ່ກ້າວຂຶ້ນ”.
ເພື່ອນ ເມກສະຫວັນ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ, ໄດ້ສົ່ງຄຳອວຍພອນທີ່ວ່າ: “ການສະເຫຼີມສະຫຼອງ 80 ປີແຫ່ງວັນສະຖາປະນາປະເທດ ສສ. ຫວຽດນາມ ທີ 2 ກັນຍາ ກໍ່ແມ່ນວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ ຄົບຮອບ 80 ປີ. ຂ້າພະເຈົ້າຂໍອວຍພອນໃຫ້ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ພັດທະນາຢ່າງແຮງກວ່າອີກ, ປະກອບສ່ວນຜົນງານອັນໃຫຍ່ຫຼວງກວ່າໃນ “ສັງກາດບຸກບືນ” ຂອງຊາດ ຫວຽດນາມ”.
ເພື່ອນ ວິໄລ ແສງຄຳ ໄດ້ໂທລະສັບມາຫາລາຍການ, ແບ່ງປັນກ່ຽວກັບການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ. ເພື່ອນໃຫ້ຮູ້ວ່າ: “ໄດ້ເຂົ້າຮ່ວມການເສັງໃນຄັ້ງນີ້ແມ່ນຄວາມພາກພູມໃຈທີ່ສຸດສຳລັບຂ້າພະເຈົ້າ. ການເສັງຊ່ວຍໃຫ້ຂ້າພະເຈົ້າໄດ້ພົວພັນແລກປ່ຽນກັບວິທະຍຸກະຈາຍສຽງ ຫວຽດນາມ ອີກຄັ້ງໜຶ່ງ ແລະ ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະເທດ ຫວຽດນາມ. ສຳລັບຂ້າພະເຈົ້າ, ການໄດ້ເຂົ້າຮ່ວມການເສັງ ແລະ ໄດ້ຮັບການຢັ້ງຢືນກໍ່ແມ່ນຄວາມສຸກຢ່າງໃຫຍ່ຫຼວງສຳລັບຂ້າພະເຈົ້າແລ້ວ. ສຸດທ້າຍ, ຂ້າພະເຈົ້າຂໍອວຍພອນໃຫ້ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ” ບັນລຸໄດ້ຜົນສຳເລັດຢ່າງຈົບງາມ. ຂໍອວຍພອນໃຫ້ບັນນາທິການ ແລະ ໂຄສົກພາກພາສາ ລາວ, ວິທະຍຸກະຈາຍສຽງ ຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ໂຊກດີ”.
ພື່ອນ ຈະເລີນສຸກ, ຢູ່ແຂວງ ຊຽງຂວາງ ໄດ້ສົ່ງອີເມວມາຫາລາຍການຢາກຊອກຮູ້ກ່ຽວກັບບັນດາເຂດປູກຕົ້ນໝາກພ້າວທີ່ມີຂອບຂະໜາດໃຫຍ່ຂອງ ຫວຽດນາມ, ໝາກພ້າວຂອງ ຫວຽດນາມ ໄດ້ສົ່ງອອກໄປຍັງຕ່າງປະເທດບໍ່ ແລະ ມີບັນດາຜະລິດຕະພັນທີ່ເຮັດຈາກໝາກພ້າວຊະນິດໃດທີ່ໂດດເດັ່ນ.
ເພື່ອນ ຈະເລີມສຸກ ທີ່ຮັກແພງ, ຕາມການສະຖິຕິຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ຫວຽດນາມ ປີ 2025 ແລ້ວ, ຫວຽດນາມ ມີປະມານ 25 ແຂວງໄດ້ປູກຕົ້ນໝາກພ້າວ, ໂດຍສຸມໃສ່ຢູ່ບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ດ້ວຍເນື້ອທີ່ກວ່າ 200.000 ເຮັກຕາ. ກ່ຽວກັບເນື້ອທີ່ປູກຕົ້ນໝາກພ້າວ, ປະຈຸບັນ ຫວຽດນາມ ພວມຢືນອັນດັບທີ 5 ໃນໂລກ, ດ້ວຍປະລິມານຜົນລະປູກປະມານ 2 ລ້ານໂຕນ/ປີ. ໃນນັ້ນ, 2 ແຂວງ ເບັນແຈ ແລະ ຕຽນຢາງ ມີເນື້ອທີ່ປູກຕົ້ນໝາກພ້າວໃຫຍ່ທີ່ສຸດ ດ້ວຍເນື້ອທີ່ກວ່າ 100.000 ເຮັກຕາ. ການສົ່ງອອກໝາກພ້າວໄດ້ແບ່ງອອກເປັນ 4 ກຸ່ມວິສາຫະກິດດ້ວຍຜະລິດຕະພັນຫຼັກ. ທີ 1, ວິສາຫະກິດ, ຜະລິດຕະພັນຂະແໜງອາຫານ, ເຄື່ອງສຳອາງ ແລະ ການຢາ. ປະຈຸບັນ, ໝວດຂະແໜງໝາກພ້າວນີ້ລວມມີ 45 ຜະລິດຕະພັນ, ມີວິສາຫະກິດກວ່າ 50 ແຫ່ງຜະລິດ, ປຸງແຕ່ງລົງເລິກ. ທີ 2, ວິສາຫະກິດ ແລະ ຜະລິດຕະພັນຂະແໜງເຄື່ອງສິລະປະຫັດຖະກຳ, ໄມ້ ແລະ ປຸຍກະສິກຳຈາກຕົ້ນໝາກພ້າວ ດ້ວຍກວ່າ 30 ຜະລິດຕະພັນທີ່ຫຼາກຫຼາຍ. ລະອຽດແມ່ນ, ຜະລິດຕະພັນສິລະປະຫັດຖະກຳ, ໄມ້, ທາດບຳບັດສິ່ງແວດລ້ອມຈາກຖ່ານທີ່ເຮັດຈາກຕົ້ນໝາກພ້າວ... ທີ 3, ວິສາຫະກິດຜະລິດບັນດາຜະລິດຕະພັນທີ່ເປັນວັດຖຸດິບຄື: ນ້ຳມັນໝາກພ້າວດິບ, ໝາກພ້າວແຊ່ເຢັນ, ກະທິໝາກພ້າວແຊ່ເຢັນ... ແລະ ທີ 4 ແມ່ນບັນດາກຸ່ມວິສາຫະກິດ ແລະ ຜະລິດຕະພັນການຜະລິດ, ດຳເນີນທຸລະກິດກ່ຽວກັບໝາກພ້າວສົດ.