• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ວາລະປະຊຸມລັດຖະບານຫົວເລື່ອງສະເພາະການສ້າງກົດໝາຍເດືອນ ສິງຫາ 2025

ແກ້ໄຂຈຸດອຸດຕັນດ້ານກົດໝາຍ, ທັງສ້າງສະພາບແວດລ້ອມທີ່ປອດໂປ່ງໄດ້ ແຕ່ຍັງຕ້ອງຮັບປະກັນສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ, ຊອບທຳຂອງປະຊາຊົນ, ວິສາຫະກິດ.
(ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ)

ໂດຍເປັນປະທານວາລະປະຊຸມລັດຖະບານຫົວເລື່ອງສະເພາະການສ້າງກົດໝາຍເດືອນ ສິງຫາ 2025 ເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 04 ກັນຍາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງວ່າ ວຽກງານສ້າງລະບອບລະບຽບການໃຫ້ສົມບູນແບບແມ່ນໜຶ່ງໃນ 3 ຂອດບຸກທະລຸຍຸດທະສາດ, ຕ້ອງມີການກະທຳຢ່າງຂ້ຽວຂາດ, ມີປະສິດທິຜົນກວ່າ ໃນການສ້າງລະບອບລະບຽບການໃຫ້ສົມບູນແບບ, ປ່ຽນແປງໃໝ່ວິທີເຮັດຕາມທິດຫຼຸດຜ່ອນລະບຽບການບໍລິຫານ, ສຸມໃສ່ແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຕິດຂັດ, ຈຸດອຸດຕັນດ້ານນິຕິກຳໃນທັນທີ, ຈາກນັ້ນ ກໍ່ລະດົມແຫຼ່ງກຳລັງ, ປະກອບສ່ວນປະຕິບັດເປົ້າໝາຍການເຕີບໂຕໃນປີ 2025 ແລະ ຊຸມປີຈະມາເຖິງ, ປະຕິບັດ 2 ເປົ້າໝາຍ 100 ປີທີ່ໄດ້ວາງອອກຢ່າງມີໄຊ.

        ທີ່ກອງປະຊຸມສະໄໝສາມັນເທື່ອທີ 10, ສະພາແຫ່ງຊາດຊຸດທີ 15 ຈະມາເຖິງນີ້, ຄາດວ່າ ລັດຖະບານຈະຍື່ນສະເໜີບົດລາຍງານ, ສຳເນົາ, ເອກະສານປະມານ 112 ສະບັບ ຕໍ່ສະພາແຫ່ງຊາດ, ໃນນັ້ນມີຮ່າງກົດໝາຍ, ມະຕິ 47 ສະບັບ. ທ່ານນາຍົກລັດຖະມົນຕີ ສະເໜີວ່າ:

        “ແກ້ໄຂຈຸດອຸດຕັນດ້ານກົດໝາຍ, ທັງສ້າງສະພາບແວດລ້ອມທີ່ປອດໂປ່ງໄດ້ ແຕ່ຍັງຕ້ອງຮັບປະກັນສິດ ແລະ ຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍ, ຊອບທຳຂອງປະຊາຊົນ, ວິສາຫະກິດ; ສ້າງຄວາມປະສົມກົມກຽວລະຫວ່າງລັດ, ປະຊາຊົນ, ວິສາຫະກິດ ແລະ ກັບບັນດາປະເທດອື່ນ. ສະນັ້ນ, ຂ້າພະເຈົ້າປາດຖະໜາໃຫ້ບັນດາສະຫາຍຈົ່ງສະຫງວນເວລາ, ພູມປັນຍາ, ແກ້ໄຂຈຸດອຸດຕັນຂອງກົດໝາຍ, ແກ້ໄຂບັນດາຄວາມຫຍຸ້ງຍາກໃນປະຈຸບັນ”.

        ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ບັນດາອົງການຮຽບຮຽງ ສືບຕໍ່ເອົາຄຳເຫັນປະກອບຂອງປະຊາຊົນ, ທາບທາມຄວາມເຫັນຂອງນັກຊ່ຽວຊານ, ນັກວິທະຍາສາດ, ບົດຮຽນສາກົນ ເພື່ອສ້າງເອກະສານສະບັບຕ່າງໆໃຫ້ສຳເລັດ, ສົມທົບກັບບັນດາອົງການທີ່ກ່ຽວຂ້ອງເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ ຮັບປະກັນຄວາມຄືບໜ້າ ແລະ ຄຸນນະພາບ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ບັນລຸຄວາມຄືບໜ້າທີ່ໜ້າຮັບຮູ້ໃນວິວັດການພັດທະນາປະເທດຊາດ

ຫວຽດນາມ ບັນລຸຄວາມຄືບໜ້າທີ່ໜ້າຮັບຮູ້ໃນວິວັດການພັດທະນາປະເທດຊາດ

ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນສະຖາປະນາປະເທດ ສສ.ຫວຽດນາມ ທີ 02 ກັນຍາ ໄດ້ຈັດຂຶ້ນດ້ວຍຂອບຂະໜາດໃຫຍ່.

Top