ທ່ານລັດຖະມົນຕີ ຟານວັນຢາງ ໄດ້ສະເໜີໃຫ້ 2 ຝ່າຍຄົ້ນຄວ້າ, ສົມທົບກັນຜັນຂະຫຍາຍເນື້ອໃນຈຳນວນໜຶ່ງ, ຄື: ຊຸກຍູ້ການຮ່ວມມືບຳລຸງສ້າງ; ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດປ້ອງກັນຊາດ 2 ປະເທດ ພົບປະ ແລະ ຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດ.
ທີ່ການສົນທະນາ (ພາບ: nhandan.vn)
ຕອນບ່າຍວັນທີ 04 ກັນຍາ, ຢູ່ສຳນັກງານກະຊວງປ້ອງກັນປະເທດ ຫວຽດນາມ, ທີ່ ຮ່າໂນ້ຍ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບທ່ານພົນໂທ Zakir Hasanov, ລັດຖະມົນຕີກະຊວງປ້ອງກັນປະເທດ ອາແຊັກໄບຊານ, ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ, ພິທີເດີນຂະບວນ ສວນສະໜາມສະແດງກ້ອນກຳລັງ 80 ປີແຫ່ງໄຊຊະນະການປະຕິວັດເດືອນ ສິງຫາ ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ.
ທີ່ການສົນທະນາພາຍຫຼັງພິທີຕ້ອນຮັບ, ທ່ານລັດຖະມົນຕີ ຟານວັນຢາງ ໄດ້ສະເໜີໃຫ້ 2 ຝ່າຍຄົ້ນຄວ້າ, ສົມທົບກັນຜັນຂະຫຍາຍເນື້ອໃນຈຳນວນໜຶ່ງ, ຄື: ຊຸກຍູ້ການຮ່ວມມືບຳລຸງສ້າງ; ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດປ້ອງກັນຊາດ 2 ປະເທດ ພົບປະ ແລະ ຮ່ວມມືໃນຂົງເຂດອຸດສາຫະກຳປ້ອງກັນຊາດ, ການຄ້າການທະຫານ, ພະລາທິການ - ເຕັກນິກ; ສະໜັບສະໜູນບັນດາການເຄື່ອນໄຫວຫຼາຍຝ່າຍສາກົນໂດຍແຕ່ລະຝ່າຍຈັດຂຶ້ນ… ພ້ອມກັນນັ້ນ, ຫວຽດນາມ ກໍ່ພ້ອມແລ້ວທີ່ຈະຮັບສຳມະນາກອນດ້ານການທະຫານຂອງ ອາແຊັກໄບຊານ ມາຮ່ຳຮຽນພາສາ ຫວຽດ ຢູ່ວິທະຍາຄານວິທະຍາສາດການທະຫານ ແລະ ເຂົ້າຮ່ວມຊຸດອົບຮົມເຈົ້າໜ້າທີ່ປ້ອງກັນຊາດສາກົນຢູ່ວິທະຍາຄານປ້ອງກັນຊາດ ຫວຽດນາມ.
ສ່ວນທ່ານພົນໂທ Zakir Hasanov ຖືວ່າ, ຄວາມສາມາດບົ່ມຊ້ອນການຮ່ວມມືລະຫວ່າງ 2 ປະເທດຍັງໃຫຍ່ຫຼວງຢູ່, ທ່ານປາດຖະໜາວ່າ 2 ຝ່າຍຈະຕັ້ງໜ້າຊຸກຍູ້ການຮ່ວມມືດ້ານປ້ອງກັນຊາດ, ຜ່ານນັ້ນ ກໍ່ປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນເຂົ້າໃນການພົວພັນຂອງ 2 ປະເທດ.
ສິ້ນສຸດການສົນທະນາ, ລັດຖະມົນຕີ 2 ທ່ານໄດ້ລົງນາມໃນຈົດໝາຍເຈດຈຳນົງລະຫວ່າງກະຊວງປ້ອງກັນປະເທດ 2 ປະເທດ ກ່ຽວກັບການຮ່ວມມືບຳລຸງສ້າງນາຍທະຫານ.
(ແຫຼ່ງຄັດຈາກ VOV)