• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

“ບົດ​ເພງວິ​ຊະ​ຊົນ​ແຫ່ງ​ໄຊ​ຊະ​ນະ”

ດ້ວຍການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງ ແລະ ກຳລັງປະກອບ ເກືອບ 1000 ຄົນ, ລາຍການແມ່ນການປະສົມປະສານຢ່າງ ລະອຽດອ່ອນຂອງບັນດາປະເພດສິລະປະ.
ລາຍການສະແດງສິລະປະ “ບົດເພງວິຊະຊົນແຫ່ງໄຊຊະນະ”

“ບົດເພງວິຊະຊົນແຫ່ງໄຊຊະນະ” ນີ້ແມ່ນຫົວຂໍ້ຂອງລາຍການສະແດງສິລະປະ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອກອງເສນາທິການໃຫຍ່ ກອງທັບປະຊາຊົນ ຫວຽດນາມ (7/9/1945 - 7/9/2025) ທີ່ໄດ້ດຳເນີນໃນຕອນຄ່ຳວັນທີ 5 ກັນຍາ ຢູ່ພະລາຊະວັງ ທັງລອງ. ດ້ວຍການເຂົ້າຮ່ວມຂອງນັກສິລະປິນ, ນັກສະແດງ ແລະ ກຳລັງປະກອບ ເກືອບ 1000 ຄົນ, ລາຍການແມ່ນການປະສົມປະສານຢ່າງ ລະອຽດອ່ອນຂອງບັນດາປະເພດສິລະປະ. ລາຍການຄືວາດພາບຄືນບັນດາຂີດໝາຍທີ່ສຳຄັນໃນໄລຍະ 80 ປີຂອງກອງເສນາທິການໃຫຍ່ ຢ່າງອົງອາດກ້າຫານ ແລະ ເຕັມໄປດ້ວຍອາລົມຈິດ, ຢັ້ງຢືນບົດບາດຂອງກົມເສນາທິການໃຫຍ່ ແມ່ນ “ຫົວໃຈກົນລະຍຸດ”, “ສະໝອງບັນຊາການ” ແລະ ແມ່ນອົງການເສນາທິການຍຸດທະສາດກົດລັບ, ສຳຄັນຂອງພັກ ແລະ ກອງທັບ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ​ປະ​ກາດ​ແຜນ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຂອງ ສ​ປ​ຊ

ຫວຽດນາມ ​ປະ​ກາດ​ແຜນ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຂົ້າ​ຮ່ວມ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຂອງ ສ​ປ​ຊ

ທ່ານ ຫງວຽນຮ່ວາບິ່ງ ຮອງນາຍົກລັດຖະມົນຕີ ຫວຽດນາມ ຫາກໍ່ເຊັນປະກາດໃຊ້ແຜນການຜັນຂະຫຍາຍການປະຕິບັດກົດໝາຍວ່າດ້ວຍກຳລັງຮັກສາສັນຕິພາບ ຂອງ ສປຊ (ວັນທີ 4 ກັນຍາ).

Top