ໃນສານສົ່ງໄປຍັງວິທະຍຸກະຈາຍສຽງ ຫວຽດນາມ, ທ່ານ Ahmed Nadeem ເລຂານຸການໃຫຍ່ ສະມາຄົມກະຈາຍສຽງໂທລະພາບ ອາຊີ ປາຊີຟິກ (ABU), ຢັ້ງຢືນວ່າ ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍ່ແມ່ນເພື່ອນມິດທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ຫວຽດນາມ ແມ່ນຄູ່ຮ່ວມມືອັນລ້ຳຄ່າຕໍ່ບັນດາຄູ່ຮ່ວມມື, ບັນດາວິທະຍຸກະຈາຍສຽງ, ໂທລະພາບໃນພາກພື້ນ.
ວັນທີ 7 ກັນຍາ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງ (7/9/1945-7/9/2025). 80 ປີີຮ່ວມເດີນທາງພ້ອມກັບປະເທດຊາດ, ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍ່ສວມບົດບາດຫຼັກແຫຼ່ງຂອງຂະແໜງກະຈາຍສຽງ ຫວຽດນາມ, ແມ່ນສະມາຊິກສຳຄັນຂອງຂະແໜງກະຈາຍສຽງໂທລະພາບໂລກ ແລະ ນັບມື້ນັບສວມບົດບາດສຳຄັນໃນສັງກາດໃໝ່, ສັງກາດບຸກບືນຂອງ ຫວຽດນາມ. ນີ້ແມ່ນການຕີລາຄາຂອງບັນດາຄູ່ຮ່ວມມື, ເພື່ອນມິດສາກົນ.
ໃນສານສົ່ງໄປຍັງວິທະຍຸກະຈາຍສຽງ ຫວຽດນາມ, ທ່ານ Ahmed Nadeem ເລຂານຸການໃຫຍ່ ສະມາຄົມກະຈາຍສຽງໂທລະພາບ ອາຊີ ປາຊີຟິກ (ABU), ຢັ້ງຢືນວ່າ ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍ່ແມ່ນເພື່ອນມິດທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງປະຊາຊົນ ຫວຽດນາມ ແມ່ນຄູ່ຮ່ວມມືອັນລ້ຳຄ່າຕໍ່ບັນດາຄູ່ຮ່ວມມື, ບັນດາວິທະຍຸກະຈາຍສຽງ, ໂທລະພາບໃນພາກພື້ນ.
ສ່ວນຜູ້ຕາງໜ້າວິທະຍຸກະຈາຍສຽງແຫ່ງຊາດ ບູນກາຣີ ໄດ້ເນັ້ນໜັກວ່າ: ຂີດໝາຍປະຫວັດສາດ 80 ປີແຫ່ງການສ້າງຕັ້ງ ແລະ ພັດທະນາແມ່ນສິ່ງພິສູດໃຫ້ແກ່ຄວາມ ແລະ ອຸທິດສ່ວນຢ່າງບໍ່ຢຸດຢັ້ງຂອງວິທະຍຸກະຈາຍສຽງ ຫວຽດນາມ ໃຫ້ການເຄື່ອນໄຫວສື່ມວນຊົນ, ການໂອ້ລົມສົນທະນາວັດທະນະທຳ ກໍ່ຄືບົດບາດຂອງວິທະຍຸກະຈາຍສຽງ ດ້ວຍຖານະບົດບາດແມ່ນເສົາຄ້ຳຂອງຂະແໜງກະຈາຍສຽງ ຫວຽດນາມ ກໍ່ຄືສະມາຊິກສຳຄັນຂອງຂະແໜງວິທະຍຸກະຈາຍສຽງໂລກ.
ທ່ານ Neith Pheaktra ລັດຖະມົນຕີກະຊວງຖະແຫຼງຂ່າວ ລາຊະອານາຈັກ ກຳປູເຈຍ ຢັ້ງຢືນວ່າ: ວິທະຍຸກະຈາຍສຽງ ຫວຽດນາມ ຍາມໃດກໍ່ສວມບົດບາດສຳຄັນໃນພື້ນຖານສື່ມວນຊົນ ຫວຽດນາມ ດ້ວຍເປົ້າໝາຍອັນສູງສົ່ງແມ່ນຮັບໃຊ້ມະຫາຊົນ. ທ່ານ Ivan Estmot ຜູ້ອຳນວຍການໃຫຍ່ ວິທະຍຸກະຈາຍສຽງໂທລະພາບ ເບລາຣຸດ ໄດ້ສົ່ງຄຳອວຍພອນໄປຍັງວິທະຍຸກະຈາຍສຽງ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ ປີແຫ່ງວັນສ້າງຕັ້ງ, ທ່ານເຊື່ອໝັ້ນວ່າ ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ແມ່ນອົງການສື່ມວນຊົນທີ່ມີຄວາມໄວ້ເນື້ອເຊື່ອໃຈ, ສະໜອງບັນດາຂໍ້ມູນພາວະວິໄສໄປຍັງມະຫາຊົນ.
(ແຫຼ່ງຄັດຈາກ VOV)