2 ຝ່າຍຕ້ອງເພີ່ມທະວີການຈັດການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ ເພື່ອໃຫ້ປະຊາຊົນ 2 ປະເທດ, ໂດຍສະເພາະແມ່ນລຸ້ນໜຸ່ມມີຄວາມເຂົ້າໃນຫຼາຍກວ່າກ່ຽວກັບມູນເຊື້ອມິດສະພາບ ຫວຽດນາມ - ຈີນ.
ຕອນເຊົ້າວັນທີ 04 ກັນຍາ, ຢູ່ ປັກກິ່ງ, ປະເທດ ຈີນ, ເນື່ອງໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະ ຟາດຊິດ ຂອງປະຊາຊົນໂລກ ແລະ ເຮັດວຽກຢູ່ ຈີນ, ທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ ໄດ້ດຳເນີນການພົບປະສົນທະນາກັບທ່ານ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ຈີນ.
ເມື່ອແລກປ່ຽນກ່ຽວກັບບັນດາທິດທາງຮ່ວມມືໃນໄລຍະຈະມາເຖິງ, ທ່ານ ເລືອງເກືອງ, ປະທານປະເທດ ສະເໜີໃຫ້ 2 ຝ່າຍສືບຕໍ່ຍົກສູງປະສິດທິຜົນການພົວພັນແລກປ່ຽນຄົ້ນຄວ້າທິດສະດີ; ຊຸກຍູ້ການຮ່ວມມືຢ່າງແທດຈິງ, ດ້ວຍບັນດາຂົງເຂດຈຸດສຸມແມ່ນ ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ, ການສຶກສາ… ພ້ອມກັນນັ້ນ, 2 ຝ່າຍຕ້ອງເພີ່ມທະວີການຈັດການເຄື່ອນໄຫວພົວພັນແລກປ່ຽນປະຊາຊົນ ເພື່ອໃຫ້ປະຊາຊົນ 2 ປະເທດ, ໂດຍສະເພາະແມ່ນລຸ້ນໜຸ່ມມີຄວາມເຂົ້າໃນຫຼາຍກວ່າກ່ຽວກັບມູນເຊື້ອມິດສະພາບ ຫວຽດນາມ - ຈີນ. ກ່ຽວກັບບັນຫາທາງທະເລ, ທ່ານ ເລືອງເກື່ອງ, ປະທານປະເທດ ໄດ້ເນັ້ນໜັກວ່າ, 2 ຝ່າຍຕ້ອງມານະພະຍາຍາມຄວບຄຸມ ແລະ ແກ້ໄຂຄວາມບໍ່ລົງລອຍກັນໃຫ້ເປັນຢ່າງດີກວ່າ, ວາງຕົນເອງເຂົ້າທີ່ຕັ້ງຂອງກັນ, ເຄົາລົບຜົນປະໂຫຍດອັນຊອບທຳ, ສອດຄ່ອງກັບກົດໝາຍຂອງກັນ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.
ໂດຍຕີລາຄາສູງຕໍ່ບັນດາຂໍ້ສະເໜີຂອງທ່ານ ເລືອງເກື່ອງ, ປະທານປະເທດ ຫວຽດນາມ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ໄດ້ເຫັນດີເພີ່ມທະວີການແລກປ່ຽນບົດຮຽນໃນການກໍ່ສ້າງພັກ ແລະ ຄຸ້ມຄອງປະເທດ; ເພີ່ມທະວີການຮ່ວມມືໃນຂົງເຂດຫາກໍ່ພົ້ນເດັ່ນ, ສືບຕໍ່ຜັນຂະຫຍາຍບັນດາການເຄື່ອນໄຫວໃນປີພົບປະແລກປ່ຽນປະຊາຊົນ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດໃຫ້ເປັນຢ່າງດີ… ເພື່ອນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ.
(ແຫຼ່ງຄັດຈາກ VOV)