ວັນທີ 3 ກັນຍາ, ສະພາແຫ່ງຊາດ ໄທ ໄດ້ອອກແຈ້ງການຈະຈັດວາລະກອງປະຊຸມພິເສດໃນວັນທີ 5 ກັນຍາ ເພື່ອເລືອກຕັ້ງນາຍົກລັດຖະມົນຕີ ຄົນໃໝ່.
ສະພາແຫ່ງຊາດ ໄທ (ພາບ: TTXVN)
ລະອຽດແມ່ນ, ໃນເວັບໄຊຂອງຫ້ອງວ່າການເລຂານຸການສະພາຕ່ຳ ໄທ ໄດ້ປະກາດເນື້ອໃນໂຄງການດຳເນີນງານໃຫ້ແກ່ວາລະກອງປະຊຸມຂອງສະພາຕ່ຳໃນວັນທີ 5 ກັນຍາ, ດ້ວຍເນື້ອໃນດ່ວນທີ 8 ໃນໂຄງການດຳເນີນງານແມ່ນ: ພິຈາລະນາ ແລະ ໃຫ້ສັດຕະຍາບັນບຸກຄົນທີ່ເໝາະສົມເພື່ອຮັບດຳລົງຕຳແໜ່ງນາຍົກລັດຖະມົນຕີ, ຕາມຕາ 159 ຂອງ ລັດຖະທຳມະນູນ ລາຊະອານາຈັກ ໄທ. ກ່ອນໜ້ານັ້ນໃນວັນທີ 3 ກັນຍາ, ທ່ານ Natthaphong Ruangpanyawut ການນຳພັກປະຊາຊົນ (PP), ພັກຝ່າຍຄ້ານໃຫຍ່ທີ່ສຸດຂອງ ສະພາຕ່ຳໄທ ໄດ້ຖະແຫຼງຂໍ້ຕົກລົງຂອງ ພັກ PP ສະໜັບສະໜູນທ່ານ Anutin Charnvirakul ການນຳຂອງພັກພູມໃຈ ໄທດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ, ພ້ອມກັບສາມເງື່ອນໄຂ, ໃນນັ້ນມີຄຳຮຽກຮ້ອງຕ້ອງຍຸບເລີກສະພາແຫ່ງຊາດພາຍໃນ 4 ເດືອນ ນັບແຕ່ເວລາທ່ານຖະແຫຼງປະກາດນະໂຍບາຍ ຕໍ່ສະພາແຫ່ງຊາດ.
(ແຫຼ່ງຄັດຈາກ VOV)