• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຂັບ ຊວານ ຝູທໍ້ ໄດ້ຮັບການຕອບຮັບຢ່າງສຸດໃຈທີ່ງານວາງສະແດງຜົນງານຂອງປະເທດຊາດ

ເຂດວາງສະແດງຂອງແຂວງ ຝູທໍ້ ດ້ວຍຫົວຂໍ້ວ່າ “ຝູທໍ້ - 80 ປີແຫ່ງການພັດທະນາຢ່າງໝັ້ນຄົງເຂັ້ມແຂງ ແລະ ເຊື່ອມໂຍງ” ໄດ້ດຶງດູດມະຫາຊົນມາຢ້ຽມຊົມເປັນຈຳນວນຫຼາຍ ດ້ວຍລາຍການສະແດງຂັບ ຊວານ.
(ລາຍການສະແດງຂັບ ຊວານ)

ບໍ່ພຽງແຕ່ແນະນຳກ່ຽວກັບວັດຖຸພັນປະຫວັດສາດ, ຜົນງານດ້ານການເມືອງ, ເສດຖະກິດ, ສັງຄົມ ແລະ ເຂົ້າຮ່ວມງານວາງສະແດງຜົນງານຂອງປະເທດຊາດ ທີ່ພວມຈັດຂຶ້ນຢູ່ສູນງານຕະຫຼາດນັດວາງສະແດງແຫ່ງຊາດ (ຕາແສງ ດົງແອັງ, ຮ່າໂນ້ຍ) ເທົ່ານັ້ນ, ແຂວງ ຝູທໍ້ ຍັງນຳເອົາບັນດາລາຍການສະແດງສິລະປະທີ່ເປັນເອກະລັກສະເພາະ, ສ່ອງແສງຈຸດຄວາມງາມດ້ານວັດທະນະທຳຂອງທ້ອງຖິ່ນມາສູ່ມະຫາຊົນມາຢ້ຽມຊົມອີກດ້ວຍ. ເຂດວາງສະແດງຂອງແຂວງ ຝູທໍ້ ດ້ວຍຫົວຂໍ້ວ່າ “ຝູທໍ້ - 80 ປີແຫ່ງການພັດທະນາຢ່າງໝັ້ນຄົງເຂັ້ມແຂງ ແລະ ເຊື່ອມໂຍງ” ໄດ້ດຶງດູດມະຫາຊົນມາຢ້ຽມຊົມເປັນຈຳນວນຫຼາຍ ດ້ວຍລາຍການສະແດງຂັບ ຊວານ, ຈຸດຄວາມງາມດ້ານວັດທະນະທຳທີ່ເປັນເອກະລັກສະເພາະຂອງແຂວງ ຝູທໍ້. ລາຍການສະແດງການຂັບ ຊວານ ໄດ້ຮັບການຕອບຮັບຈາກຂອງຜູ້ເຂົ້າມາຢ້ຽມຊົມງານວາງສະແດງເປັນຈຳນວນຫຼາຍ. ຜູ້ຊົມຄົນໜຶ່ງແບ່ງປັນວ່າ:

        “ຂ້າພະເຈົ້າເຫັນວ່າ, ລາຍການສະແດງຂັບ ຊວານ ມ່ວນຫຼາຍ, ເປັນເອກະລັກສະເພາະ, ສ້າງຄວາມປະທັບໃຈຢ່າງເລິກເຊິ່ງຕໍ່ຂ້າພະເຈົ້າ. ເມື່ອບັນດານັກສິລະປິນສະແດງ, ຂ້າພະເຈົ້າໄດ້ມີຄວາມຮູ້ສຶກຕໍ່ສີສັນວັດນະທຳຂອງເຂດດິນແດນ ຝູທໍ້ ຢ່າງເລິກເຊິ່ງກວ່າ”. 

(ແຫຼ່ງຄັດຈາກ VOV)

ຫວຽດນາມ ບັນລຸຄວາມຄືບໜ້າທີ່ໜ້າຮັບຮູ້ໃນວິວັດການພັດທະນາປະເທດຊາດ

ຫວຽດນາມ ບັນລຸຄວາມຄືບໜ້າທີ່ໜ້າຮັບຮູ້ໃນວິວັດການພັດທະນາປະເທດຊາດ

ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນສະຖາປະນາປະເທດ ສສ.ຫວຽດນາມ ທີ 02 ກັນຍາ ໄດ້ຈັດຂຶ້ນດ້ວຍຂອບຂະໜາດໃຫຍ່.

Top