ແບກເວີນເລີ່ມຮຽນ “ກາຈູ່” ໃນຊຸມປີ 80 ຂອງສະຕະວັດກ່ອນ. ເສັ້ນທາງທີ່ກ້າວເຂົ້າສູ່ອາຊີບການຮ້ອງເພງ “ກາຈູ່” ຂອງນາງແມ່ນ ລຳບາກ ຍາກເຂັນທີ່ສຸດ. ໃນເວລາເກືອບສິບປີ, ນາງໄດ້ແຕ່ໄປສັນຫາ, ຄົ້ນຄວ້າເອກະສານເກົ່າທີ່ເວົ້າ ເຖິງ “ກາຈູ່”, ດັ້ນດົນຢູ່ກັບໝູ່ບ້ານແຫ່ງຕ່າງໆ ເພື່ອນັດພົບຊອກຮູ້ ສິລະປິນຜູ້ມີຊື່ສຽງໃນແວດວົງ “ກາຈູ່” ປາງກ່ອນ ຂອງຮ່າໂນ້ຍ, ຫາຍເຢືອງ, ເງ້ອານ, ຮ່າຕິ້ງ… ເພື່ອສຶກສາຮ່ຳຮຽນນຳ ພວກເພິ່ນ.
ເປັນການໂຊກດີ ທີ່ບັນດາສິລະປິນຜູ້ເກັ່ງກ້າສາມາດໃນວົງ ການ “ກາຈູ່” ຂອງຫວຽດນາມຄື ແມ່ເຖົ້າແກວັກທິໂຮ່, ຫງວຽນທິຝຸກ, ຝ໋ໍທິກີມດຶກ, ພ່ໍເຖົາຈູວັນຢູ… ຕ່າງກ່ໍເປີດໃຈ ຖ່າຍຖອດອາຊີບໃຫ້ແກ່ລາວ.
ຍ້ອນເຫດນີ້, ແບກເວີນສາມາດເກັບກຳໄດ້ທັກສະທັງໝົດ ຂອງການຂັບ “ກາຈູ່” ນັບແຕ່ບົດຮຽນອັນເປັນພື້ນຖານ ຄື ການຖອດຫາຍໃຈ, ປ່ອຍ ສຽງ, ທຽບສຽງ… ຈົນເຖິງເຕັກ ນິກທີ່ຍາກສົມຄວນໃນການຮ້ອງເພງບູຮານ, ນັບທັງການສະ ແດງສີໜ້າມະໂນພາບໃນຂະນະທຳການສະແດງ.
«
“ກາຈູ່” ຫຼື ຍັງເອີ້ນອີກຢ່າງໜຶ່ງແມ່ນຂັບ ”ອ໊າດ່າວ” ແມ່ນຮູບແບບສິລະປະດົນຕີສະແດງພາຍໃນຫ້ອງ ທີ່ເປັນມູນ ເຊື້ອຂອງຫວຽດນາມ, ປະກົດຕົວໃນຊ່ວງທ້າຍສະ ຕະວັດທີ XV ຕົ້ນສະຕະວັດທີ XVI ແລະຂະຫຍາຍຕົວຢ່າງແຂງ ແຮງໃນຊຸມປີ 30 ຂອງສະຕະວັດກ່ອນ. “ກາຈູ່” ແມ່ນຈຸດສູງສຸດແຫ່ງການປະສານສົມທົບລະຫວ່າງກະວີ ກັບດົນຕີຢ່າງເປັນເອກະລັກ, ເຄີຍແມ່ນປະເພດດົນຕີສະແດງໃນພະລາຊະວັງ, ໄດ້ຮັບຄວາມນິຍົມຊົມຊອບຂອງຊົນຊັ້ນຂຸນນາງ ແລະ ປັນຍາຊົນ. ປີ 2009, UNESCO ຮັບຮອງວ່າ“ກາຈູ່” ແມ່ນມໍລະດົກວັດທະນະທຳທີ່ບ່ໍມີຮູບຮ່າງ ຈຳເປັນຕ້ອງໄດ້ຮັບການອະນຸລັກຮັກສາໂດຍດ່ວນ.
»
|
ກ່ໍຍ້ອນການຫຼົງໄຫຼເມົາມົວກັບ “ກາຈູ່” ໄດ້ເປັນພະລັງຊຸກຍູ້ ແບກເວີນ ປຶກສາຫາລືກັບອາຈານ ຂອງຕົນແມ່ນພ່ໍເຖົ້າຈູວັນຢູ, ຮອງຫົວໜ້າກຸ່ມອາຊີບ “ກາຈູ່” ຂອງຄຸ້ມເຄີມທຽນສະໄໝກ່ອນ ເພື່ອສ້າງຕັ້ງສະໂມສອນ “ກາຈູ່” ຮ່າໂນ້ຍ.
ປີ 1991, ສະໂມສອນໄດ້ຮັບການຈັດຂຶ້ນດ້ວຍການເຂົ້າ ຮ່ວມຂອງສະມາຊິກເກືອບ 200ຄົນ ແລະ ກາຍເປັນສະໂມສອນ “ກາຈູ່” ແຫ່ງທຳອິດຢູ່ຫວຽດນາມ. ນັບແຕ່ເວລາມີສະ ໂມສອນ, ນາງແບກເວີນໄດ້ທຸ້ມເທກຳລັງກາຍ ແລະ ໃຈທັງ ໝົດເພື່ອເປີດກວ້າງ ພັດທະນາສະໂມສອນ ແຫ່ງນີ້. ນາງຈົກ ເງິນໃນຖົງຂອງຕົນ ຈັດຕັ້ງການສະແດງຟີ, ມີຄຳເຊື້ອເຊີນ ແລະ ໄປຮັບແລ້ວ ສົ່ງສິລະປິນເມື່ອທຳການສະແດງໂດຍ ລາວເອງ. ບ່ໍພຽງແຕ່ເທົ່ານັ້ນ, ລາວຍັງເປີດຫ້ອງສອນຂັບ “ກາຈູ່” ໃຫ້ແກ່ລຸ້ນໜຸ່ມ, ຊ່ວຍກົມສິລະປະການສະ ແດງຂອງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຈັດ ຕັ້ງງານຊຸມນຸມ “ກາຈູ່”, ຈັດຕັ້ງບັນດາການສຳມະນາກ່ຽວ ກັບ ຂັບ“ກາຈູ່”.
ພິເສດ, ນາງໄດ້ປະກອບສ່ວນຢ່າງໃຫຍ່ຫຼວງທາງດ້ານເຫື່ອ ແຮງ ກ່ໍຄື ເອກະສານເພື່ອຊ່ວຍໃຫ້ ກົມມໍລະດົກວັດທະນະ ທຳ ສຳເລັດສຳນວນເອກະສານກ່ຽວກັບມໍລະດົກ ຂັບ“ກາຈູ່” ເພື່ອຍື່ນ ສະເຫນີຕໍ່ UNESCO ແລະ ແລ້ວໃນປີ 2010, UNESCO ໃຫ້ການຮັບຮອງ“ກາຈູ່” ແມ່ນ ມໍລະດົກວັດທະນະທຳທີ່ບ່ໍມີຮູບຮ່າງ ຈຳເປັນ ຕ້ອງໄດ້ຮັບການປົກປ້ອງຮີບດ່ວນ ຢ່າງເປັນທາງການ.
ບ່ໍພຽງແຕ່ຊອກຫາຮ່ຳຮຽນນຳສິລະປິນລຸ້ນຄົນກ່ອນ, ສິລະປິນແບກເວີນຍັງໝົກໝຸ້ນກັບການຄົ້ນຄວ້າຮ່ຳຮຽນຕາມລະບົບທີ່ເປັນແບບແຜນ. ນາງໄດ້ປ້ອງກັນ ບົດວິທະຍານິພົນປະລິນຍາຕີກ່ຽວກັບ “ກາຈູ່” ທີ່ສະຖາບັນ ຄົ້ນຄວ້າວັດທະນະທຳ ຢ່າງສຳເລັດຜົນ ແລະ ໃນບ່ໍດົນນີ້ ກ່ໍຈະສືບຕ່ໍ ທຳການປ້ອງກັນບົດວິທະຍານິພົນປະລິນຍາເອກທີ່ສະຖາບັນວິທະຍາສາດສັງຄົມອີກດ້ວຍ.
ດ້ວຍການອຸທິດຢ່າງບ່ໍຮູ້ອິດຮູ້ເມື່ອຍໃຫ້ແກ່ສິລະປະ ປະເພດ “ກາຈູ່”, ປີ 2012 ສິລະປິນແບກເວີນມີກຽດໄດ້ຮັບນາມມະຍົດສິລະປິນດີເດັ່ນ ໂດຍລັດປະດັບໃຫ້. ເຖິງວ່າ ໄດ້ປະສົບ ຜົນສຳເລັດຫຼາຍຢ່າງ ທັງໄດ້ຮັບບັນດານາມມະຍົດອັນສູງສົ່ງ ແຕ່ສິລະປິນແບກເວີນຍັງຕິດຕ້ອຍ ຫ້ອຍຕາມກັບວຽກງານການປົກປັກຮັກສາ ແລະ ພັດທະນາສິລະປະຂັບ “ກາຈູ່”, ເພາະລາວເຂົ້າໃຈກວ່າ ເພິ່ນວ່າ, “ກາຈູ່” ແມ່ນມໍລະດົກ ທີ່ຈຳເປັນຕ້ອງໄດ້ຮັບການປົກປ້ອງໂດຍດ່ວນຂອງມະ ນຸດ.
ບົດ: ຫວິ້ງຮືງ - ພາບ : ຈິ້ງວັນໂບ້