ທ່ານປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ບຣາຊິນ Luiz Inácio Lula da Silva ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ທາງລັດຖະກິດແຕ່ວັນທີ 27 – 29 ມີນາ 2025 ຕາມຄຳເຊີນຂອງທ່ານປະທານປະເທດ ເລືອງເກື່ອງ ຢ່າງຈົບງາມ.
ທ່ານປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ພົບປະກັບວົງການນັກຂ່າວ (ພາບ: TTXVN)
ຕອນບ່າຍວັນທີ 29 ມີນາ, ທ່ານປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພັນ ບຣາຊິນ Luiz Inácio Lula da Silva ໄດ້ເດີນທາງອອກຈາກນະຄອນຫຼວງ ຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຫວຽດນາມ ທາງລັດຖະກິດແຕ່ວັນທີ 27 – 29 ມີນາ 2025 ຕາມຄຳເຊີນຂອງທ່ານປະທານປະເທດ ເລືອງເກື່ອງ ຢ່າງຈົບງາມ.
ກ່ອນໜ້ານັ້ນ, ທ່ານປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ໄດ້ພົບປະກັບວົງການນັກຂ່າວ. ນະທີ່ນີ້, ທ່ານປະທານາທິບໍດີ ບຣາຊິນ ຢັ້ງຢືນວ່າ, “ພາຍໃຕ້ການນຳພາຂອງພັກ, ຫວຽດນາມ ໄດ້ກາຍເປັນປະເທດມີສະຖຽນລະພາບ ແລະ ເສດຖະກິດມີການເຕີບໂຕຢ່າງເຂັ້ມແຂງ. ບຣາຊິນ ໃຫ້ຄຳໝັ້ນສັນຍາ ຈະເປັນຂົວຕໍ່ເພື່ອໃຫ້ ຫວຽດນາມ ເຂົ້າຮ່ວມຕະຫຼາດບັນດາປະເທດ Mercosur - ບັນດາປະເທດໃນກຸ່ມຕະຫຼາດລວມ ອາເມລິກາໃຕ້”.
ທ່ານປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ໃຫ້ຮູ້ວ່າ ນີ້ແມ່ນຄັ້ງທີ 2 ທ່ານມາຢ້ຽມຢາມ ຫວຽດນາມ ແລະ ສຳລັບການຢ້ຽມຢາມຄັ້ງນີ້, ທ່ານມີຄວາມປະທັບໃຈຕໍ່ການປ່ຽນແປງຂອງ ຫວຽດນາມ ຢ່າງແຮງ.
(ແຫຼ່ງຄັດຈາກ VOV)