ຂ່າວສານ ຊາວເຂົ້າເມືອງແບບຜິດກົດໝາຍ ໄດ້ຮັບເງິນສົດເພື່ອອອກຈາກ ອາເມລິກາ ດ້ວຍຄວາມສະໝັກໃຈ 07/05/2025 ຊາວເຂົ້າເມືອງແບບຜິດກົດໝາຍ ຈະໄດ້ຮັບເງິນສົດ 1.000 USD ຕໍ່ຄົນເພື່ອອອກຈາກ ອາເມລິກາ ດ້ວຍຄວາມສະໝັກໃຈ. ເຮືອບິນຂົນສົ່ງການທະຫານ ອາເມລິກາ ສົ່ງຊາວເຂົ້າເມືອງຜິດກົດໝາຍອອກຈາກ ອາເມລິກາ (ພາບ: New York Times)ວັນທີ 05 ພຶດສະພາ, ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ໄດ້ອອກແຈ້ງການວ່າ ຊາວເຂົ້າເມືອງແບບຜິດກົດໝາຍ ຈະໄດ້ຮັບເງິນສົດ 1.000 USD ຕໍ່ຄົນເພື່ອອອກຈາກ ອາເມລິກາ ດ້ວຍຄວາມສະໝັກໃຈ. ຕາມແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບພາຍໃນ ອາເມລິກາ ແລ້ວ, ນອກຈາກຈຳນວນເງິນ 1.000 USD, ຊາວເຂົ້າເມືອງແບບຜິດກົດໝາຍແຕ່ລະຄົນຍັງໄດ້ຮັບການໜູນຊ່ວຍກ່ຽວກັບຄ່າເດີນທາງ, ອາດຈະແມ່ນປີ້ຍົນ, ເພື່ອສະໝັກໃຈອອກຈາກ ອາເມລິກາ. ຕາມກະຊວງປ້ອງກັນຄວາມສະຫງົບພາຍໃນ ອາເມລິກາ ແລ້ວ, ບ້ວງເງິນດັ່ງກ່າວ ຍັງຕ່ຳກວ່າລາຍຈ່າຍໃນການເນລະເທດຊາວເຂົ້າເມືອງແບບຜິດກົດໝາຍ ເຊິ່ງລວມມີບັນດາການຈັບຕົວ, ກັກຂັງຊົ່ວຄາວ ແລະ ເນລະເທດ, ດ້ວຍມູນຄ່າທັງໝົດອາດຈະຂຶ້ນເຖິງ 17.000 USD. ນັບແຕ່ເມື່ອຮັບດຳລົງຕຳແໜ່ງເມື່ອເດືອນ ມັງກອນ, ທ່ານປະທານາທິບໍດີ Donald Trump ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເນລະເທດຊາວເຂົ້າເມືອງແບບຜິດກົດໝາຍນັບລ້ານຄົນ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ອາເມລິກາ. ໄລ່ມາຮອດປັດຈຸບັນ, ມີ 152.000 ຄົນ ຖືກເນລະເທດໄປຍັງຄຸກຕັ້ງຢູ່ອ່າວ Guantanamo ແລະ El Salvador. (ແຫຼ່ງຄັດຈາກ VOV)

ຊາວເຂົ້າເມືອງແບບຜິດກົດໝາຍ ຈະໄດ້ຮັບເງິນສົດ 1.000 USD ຕໍ່ຄົນເພື່ອອອກຈາກ ອາເມລິກາ ດ້ວຍຄວາມສະໝັກໃຈ. ເຮືອບິນຂົນສົ່ງການທະຫານ ອາເມລິກາ ສົ່ງຊາວເຂົ້າເມືອງຜິດກົດໝາຍອອກຈາກ ອາເມລິກາ (ພາບ: New York Times)ວັນທີ 05 ພຶດສະພາ, ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ໄດ້ອອກແຈ້ງການວ່າ ຊາວເຂົ້າເມືອງແບບຜິດກົດໝາຍ ຈະໄດ້ຮັບເງິນສົດ 1.000 USD ຕໍ່ຄົນເພື່ອອອກຈາກ ອາເມລິກາ ດ້ວຍຄວາມສະໝັກໃຈ. ຕາມແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບພາຍໃນ ອາເມລິກາ ແລ້ວ, ນອກຈາກຈຳນວນເງິນ 1.000 USD, ຊາວເຂົ້າເມືອງແບບຜິດກົດໝາຍແຕ່ລະຄົນຍັງໄດ້ຮັບການໜູນຊ່ວຍກ່ຽວກັບຄ່າເດີນທາງ, ອາດຈະແມ່ນປີ້ຍົນ, ເພື່ອສະໝັກໃຈອອກຈາກ ອາເມລິກາ. ຕາມກະຊວງປ້ອງກັນຄວາມສະຫງົບພາຍໃນ ອາເມລິກາ ແລ້ວ, ບ້ວງເງິນດັ່ງກ່າວ ຍັງຕ່ຳກວ່າລາຍຈ່າຍໃນການເນລະເທດຊາວເຂົ້າເມືອງແບບຜິດກົດໝາຍ ເຊິ່ງລວມມີບັນດາການຈັບຕົວ, ກັກຂັງຊົ່ວຄາວ ແລະ ເນລະເທດ, ດ້ວຍມູນຄ່າທັງໝົດອາດຈະຂຶ້ນເຖິງ 17.000 USD. ນັບແຕ່ເມື່ອຮັບດຳລົງຕຳແໜ່ງເມື່ອເດືອນ ມັງກອນ, ທ່ານປະທານາທິບໍດີ Donald Trump ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເນລະເທດຊາວເຂົ້າເມືອງແບບຜິດກົດໝາຍນັບລ້ານຄົນ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ອາເມລິກາ. ໄລ່ມາຮອດປັດຈຸບັນ, ມີ 152.000 ຄົນ ຖືກເນລະເທດໄປຍັງຄຸກຕັ້ງຢູ່ອ່າວ Guantanamo ແລະ El Salvador.
ບັນດາບົດຕໍ່ໄປ ມີຫຼາຍກວ່າ 10.000 ຄົນເຂົ້າຮ່ວມພິທີໃຕ້ທຽນພາວະນາໃຫ້ມີສັນຕິພາບ ໃນຂອບເຂດວັນບຸນວິສາຂະບູຊາ 202507/05/2025ຂ່າວສານບັນດາຜູ້ແທນ, ພະສົງສຳມະເນນ, ພຸດທະສາສະນິກກະຊົນ ໄດ້ສະຫງວນເວລາເພື່ອອາໄລຫາຊາວ ຫວຽດນາມ ກວ່າ 3 ລ້ານຄົນທີ່ໄດ້ເສຍສະຫຼະຊີວິດເພື່ອປົກປັກຮັກສາເອກະລາດ ໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານ ຂໍຄຳເຫັນຂອງປະຊາຊົນກ່ຽວກັບການປັບປຸງ, ເພີ່ມເຕີມບາງມາດຕາຂອງ ລັດຖະທຳມະນຸນ ປີ 201307/05/2025ຂ່າວສານEU ປະກາດບ້ວງເງິນ 500 ລ້ານ ເອີໂຣ ດຶງດູດວົງການນັກຄົ້ນຄວ້າທົ່ວໂລກ07/05/2025ຂ່າວສານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມລັດຖະບານປະຈຳເດືອນ ເມສາ07/05/2025ຂ່າວສານທ່ານປະທານາທິບໍດີ ສິລັງກາ ເຂົ້າຮ່ວມງານລ້ຽງ, ພົບປະກັບການນຳລັດຖະບານ, ສະພາແຫ່ງຊາດ ຫວຽດນາມ07/05/2025ຂ່າວສານສ.ເກົາຫຼີ ເປີດປະຕູປ້ອມສັງເກດການຕິດກັບຊາຍແດນ ສປປ.ເກົາຫຼີ ຄືນໃໝ່07/05/2025ຂ່າວສານພຸດທະສາສະໜາ ຫວຽດນາມ ຕິດພັນກັບຊາດ, ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວຕ່າງໆຂອງພຸດທະສາສະໜາສາກົນ06/05/2025ຂ່າວສານ ອ່ານເພີ່ມ