ລົງທຶນໃຫ້ວິທະຍາສາດແມ່ນການລົງທຶນຍຸດທະສາດໃນສະພາບການບັນດາປະເທດສະມາຊິກໄດ້ຮັບການສົ່ງເສີມເພີ່ມທະວີການລົງທຶນໃຫ້ແກ່ການຄົ້ນຄວ້າ ແລະ ພັດທະນາໃຫ້ຂຶ້ນລະດັບໜ້ອຍສຸດແມ່ນ 3% GDP ໃນປີ 2030.
ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ (ພາບ: THX/TTXVN)
ວັນທີ 05 ພຶດສະພາ, ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ ໄດ້ປະກາດບ້ວງເງິນ 500 ລ້ານ ເອີໂຣ (ປະມານ 566 ລ້ານ USD) ເພື່ອແນໃສ່ຊຸກຍູ້ກຳລັງຄວາມສາມາດຄົ້ນຄວ້າວິທະຍາສາດຂອງ ສະຫະພາບເອີຣົບ (EU) ແລະ ດຶງດູດບັນດານັກວິທະຍາສາດແຖວໜ້າຈາກຫຼາຍປະເທດໃນໂລກ. ກ່າວຄໍຳເຫັນໃນກອງປະຊຸມ “ເລືອກເອົາເອີຣົບ ຍ້ອນວິທະຍາສາດ” ຈັດຂຶ້ນຢູ່ ປາຣີ (ປະເທດ ຝລັ່ງ), ທ່ານນາງ von der Leyen ເນັ້ນໜັກວ່າ ລົງທຶນໃຫ້ວິທະຍາສາດແມ່ນການລົງທຶນຍຸດທະສາດໃນສະພາບການບັນດາປະເທດສະມາຊິກໄດ້ຮັບການສົ່ງເສີມເພີ່ມທະວີການລົງທຶນໃຫ້ແກ່ການຄົ້ນຄວ້າ ແລະ ພັດທະນາໃຫ້ຂຶ້ນລະດັບໜ້ອຍສຸດແມ່ນ 3% GDP ໃນປີ 2030. ຕາມແຜນການ, ບ້ວງເງິນລົງທຶນໄດ້ຮັບການຜັນຂະຫຍາຍໃນໄລຍະ 2025 – 2027.
ກ່ອນໜ້ານັ້ນ, ໃນເດືອນ ເມສາ, ຝລັ່ງ ໄດ້ເລີ່ມຜັນຂະຫຍາຍພື້ນຖານ “ເລືອກເອົາປະເທດ ຝລັ່ງ ຍ້ອນວິທະຍາສາດ”, ເພື່ອແນໃສ່ອະນຸຍາດໃຫ້ບັນດາອົງການຄົ້ນຄວ້າ, ມະຫາວິທະຍາໄລ ແລະ ສະຖາບັນວິທະຍາສາດຍື່ນໃບສະເໜີຂໍເງິນອຸປະຖຳຈາກລັດຖະບານ ເພື່ອເຂົ້າເຖິງບັນດານັກວິທະຍາສາດຕ່າງປະເທດ. ຂໍ້ລິເລີ່ມນີ້ ແມ່ນສ່ວນໜຶ່ງໃນຄວາມມານະພະຍາຍາມລວມຂອງ EU ເພື່ອແນໃສ່ຍົກສູງທີ່ຕັ້ງແກ້ງແຍ້ງທົ່ວໂລກໃນຂົງເຂດຄົ້ນຄວ້າ ແລະ ປ່ຽນແປງໃໝ່.
(ແຫຼ່ງຄັດຈາກ VOV)