• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສ.ເກົາຫຼີ ເປີດ​ປະ​ຕູປ້ອມ​ສັງ​ເກດ​ການ​ຕິດ​ກັບ​ຊາຍ​ແດນ ສ​ປ​ປ.ເກົາຫຼີ ຄືນ​ໃໝ່

ແຂວງ Gangwon ຫວັງວ່າ ພາຍຫຼັງເປີດປະຕູປ້ອມສັງເກດການຄືນໃໝ່ ຫຼັງຈາກທີ່ຖືກຢຸດສະງັກເປັນເວລາ 3 ປີ ຍ້ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ, ການທ່ອງທ່ຽວຢ້ຽມຊົມຄວາມສະຫງົບປອດໄພຢູ່ເຂດນີ້ຈະມີຄວາມຟົດຟື້ນ.
ປ້ອມຍາມຂອງກອງທັບ ສປປ.ເກົາຫຼີ ແລະ ສ.ເກົາຫຼີ (ພາບ: AFP/TTXVN)

ວັນທີ 06 ພຶດສະພາ, ອຳນາດການປົກຄອງແຂວງ Gangwon, ສ.ເກົາຫຼີ ໃຫ້ຮູ້ວ່າ ແຂວງ ນີ້ຈະເຄື່ອນໄຫວໂຄງການເສັ້ນທາງຊອຍສັນຕິພາບ DMZ Kaesong, ໃນນັ້ນ ມີການເປີດປະຕູປ້ອມສັງເກດການ Geumgangsan ຢູ່ເມືອງ Kaesong ຕິດກັບຊາຍແດນ ສປປ.ເກົາຫຼີ ຄືນໃໝ່, ນັບແຕ່ວັນທີ 9 ພຶດສະພາ ຫາວັນທີ 30 ພະຈິກ. ເສັ້ນທາງຊອຍສັນຕິພາບ DMZ Kaesong ລວມມີ 2 ທາງແຍກ A ແລະ B. ທາງແຍກ A ເສັ້ນທາງໄປ - ກັບ ມີຄວາມຍາວ 3,6 ກິໂລແມັດ ໄດ້ນຳເຂົ້າໃຊ້ງານນັບແຕ່ວັນທີ 29 ເມສາ ຜ່ານມາ. ສ່ວນເສັ້ນທາງແຍກ B, ປ້ອມສັງເກດການ Geumgangsan, ທີ່ຈະເປີດເຄື່ອນໄຫວຄືນໃໝ່ນັ້ນ ມີຄວາມຍາວ 7,2 ກິໂລແມັດ, ໃກ້ກັບ ສປປ.ເກົາຫຼີ  ກວ່າ.  ຕາມອຳນາດການປົກຄອງແຂວງ Gangwon ແລ້ວ, ເສັ້ນທາງເປີດນຳໃຊ້ໃໝ່ນີ້ ຈະຕ້ອນຮັບແຂກ 2 ເທື່ອຕໍ່ວັນ ໃນວັນອັງຄານ, ວັນພຸດ, ວັນສຸກ, ວັນເສົາ ແລະ ວັນອາທິດ, ໃນເວລາ 10 ໂມງເຊົ້າ ແລະ 14 ໂມງແລງ. ແຂກທ່ອງທ່ຽວສາມາດຍື່ນໃບລົງທະບຽນແບບທາງໄກຜ່ານເວັບໄຊທາງການຂອງ “ເສັ້ນທາງແຫ່ງສັນຕິພາບ”. ແຂວງ Gangwon ຫວັງວ່າ ພາຍຫຼັງເປີດປະຕູປ້ອມສັງເກດການຄືນໃໝ່ ຫຼັງຈາກທີ່ຖືກຢຸດສະງັກເປັນເວລາ 3 ປີ ຍ້ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນລະຫວ່າງ ສປປ.ເກົາຫຼີ ແລະ ສ.ເກົາຫຼີ, ການທ່ອງທ່ຽວຢ້ຽມຊົມຄວາມສະຫງົບປອດໄພຢູ່ເຂດນີ້ຈະມີຄວາມຟົດຟື້ນ.

(ແຫຼ່ງຄັດຈາກ VOV)

ມີຫຼາຍກວ່າ 10.000 ຄົນເຂົ້າຮ່ວມພິທີໃຕ້ທຽນພາວະນາໃຫ້ມີສັນຕິພາບ ໃນຂອບເຂດວັນບຸນວິສາຂະບູຊາ 2025

ມີຫຼາຍກວ່າ 10.000 ຄົນເຂົ້າຮ່ວມພິທີໃຕ້ທຽນພາວະນາໃຫ້ມີສັນຕິພາບ ໃນຂອບເຂດວັນບຸນວິສາຂະບູຊາ 2025

ບັນດາຜູ້ແທນ, ພະສົງສຳມະເນນ, ພຸດທະສາສະນິກກະຊົນ ໄດ້ສະຫງວນເວລາເພື່ອອາໄລຫາຊາວ ຫວຽດນາມ ກວ່າ 3 ລ້ານຄົນທີ່ໄດ້ເສຍສະຫຼະຊີວິດເພື່ອປົກປັກຮັກສາເອກະລາດ

Top