ດ້ວຍຫົວຂໍ້ “ສາມັກຄີ ແລະ ເມດຕາປານີ ເພື່ອຄຸນນະທາດຂອງມະນຸດ: ພູມປັນຍາພະພຸດທະສາສະໜາ ເພື່ອໂລກແຫ່ງສັນຕິພາບ ແລະ ພັດທະນາແບບຍືນຍົງ”, ເຫດການປີນີ້ ໄດ້ສ້າງຂີດໝາຍຄັ້ງທີ 4 ເຊິ່ງຫວຽດນາມ ເປັນເຈົ້າພາບຈັດວັນບຸນ Vesak ແລະ ຄັ້ງທຳອິດທີ່ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ.
ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ເຂົ້າຮ່ວມພິທີໄຂ
ຕອນເຊົ້າວັນທີ 06 ພຶດສະພາ, ຢູ່ສະຖາບັນພຸດທະສາສະໜາ ຫວຽດນາມ, ນະຄອນ ໂຮ່ຈີນິນ ໄດ້ໄຂພິທີວັນບຸນວິສາຂະບູຊາ ສປຊ ປີ 2025 (Vesak 2025). ເຂົ້າຮ່ວມພິທີມີທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ; ທ່ານ Anura Kumara Dissanayake ປະທານາທິບໍດີ ສີລັງກາ; ທ່ານ Kiren Rijiju ລັດຖະມົນຕີຮັບຜິດຊອບບັນຫາລັດຖະສະພາ ແລະ ບັນຫາຊາວຊົນເຜົ່າສ່ວນໜ້ອຍ ອິນເດຍ; ທ່ານ Zuraev Igor Ivanovich ຮອງນາຍົກລັດຖະມົນຕີ ສາທາລະນະລັດ Buryatia; ພະມະຫາອາຈານ Brahamapundit ປະທານຄະນະກຳມະການອົງການສາກົນ ວັນບຸນ Vesak ສປຊ ພ້ອມດ້ວຍພະສົງສຳມະເນນ, ຜູ້ແທນ ສປຊ, ຄະນະຜູ້ແທນພຸດທະສາສະໜາ, ຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ເກືອບ 1.300 ທ່ານທີ່ມາຈາກ 85 ປະເທດ ແລະ ເຂດແຄວ້ນໃນໂລກ.
ທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ເຂົ້າຮ່ວມພິທີໄຂ
ດ້ວຍຫົວຂໍ້ “ສາມັກຄີ ແລະ ເມດຕາປານີ ເພື່ອຄຸນນະທາດຂອງມະນຸດ: ພູມປັນຍາພະພຸດທະສາສະໜາ ເພື່ອໂລກແຫ່ງສັນຕິພາບ ແລະ ພັດທະນາແບບຍືນຍົງ”, ເຫດການປີນີ້ ໄດ້ສ້າງຂີດໝາຍຄັ້ງທີ 4 ເຊິ່ງຫວຽດນາມ ເປັນເຈົ້າພາບຈັດວັນບຸນ Vesak ແລະ ຄັ້ງທຳອິດທີ່ຈັດຂຶ້ນຢູ່ນະຄອນ ໂຮ່ຈີມິນ. ກ່າວຄຳປາໄສໃນພິທີໄຂ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເນັ້ນໜັກວ່າ:
“ຫວຽດນາມ ແມ່ນປະເທດທີ່ມີມູນເຊື້ອພຸດທະສາສະໜາມາແຕ່ດົນນານ, ໂດຍຕິດພັນກັບປະຫວັດສາດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ ຢ່າງເລິກເຊິ່ງ. ພັກ, ລັດ ຫວຽດນາມ ຍາມໃດກໍຕີລາຄາສູງ ແລະ ອຳນວຍຄວາມສະດວກໃຫ້ບັນດາສາສະໜາ, ໃນນັ້ນ ມີພຸດທະສາສະໜາເຄື່ອນໄຫວໃນຂອບເຂດກົດໝາຍ, ປະຕິບັດນະໂຍບາຍເຄົາລົບ ແລະ ປົກປ້ອງສິດເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຂອງ ປະຊາຊົນ ຢ່າງສະເໝີຕົ້ນສະເໝີປາຍ ແລະ ຖືນັ້ນແມ່ນພື້ນຖານສຳຄັນເພື່ອສ້າງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ເລື່ອງສະມາຄົມພຸດທະສາສະໜາ ຫວຽດນາມ ເປັນເຈົ້າພາບຈັດວັນບຸນ Vesak ສປຊ ປີ 2025, ໄດ້ສະແດງໃຫ້ເຫັນວ່າ ພຸດທະສາສະໜາ ຫວຽດນາມ ບໍ່ພຽງແຕ່ຕິດພັນກັບຊາດເທົ່ານັ້ນ, ຫາກຍັງພວມຕັ້ງໜ້າປະກອບສ່ວນເຂົ້າໃນບັນດາການເຄື່ອນໄຫວພຸດທະສາສະໜາສາກົນ ອີກດ້ວຍ ແລະ ຈະສືບຕໍ່ຮ່ວມແຮງຮ່ວມໃຈພ້ອມກັບພະສົງສຳມະເນນ, ພຸດທະສາສະນິກກະຊົນໃນໂລກເຄົາລົບປະຕິບັດທຳມະ ແລະ ມວນມະນຸດ, ເພື່ອເປົ້າໝາຍລວມແມ່ນ ສັນຕິພາບ, ມິດຕະພາບ, ການຮ່ວມມື ແລະພັດທະນາ.”
ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງວັນບຸນ Vesak 2025 ໄດ້ຮັບຄຳອວຍພອນຈາກການນຳອົງການພຸດທະສາສະໜາສາກົນຫຼາຍທ່ານ.
(ແຫຼ່ງຄັດຈາກ VOV)