ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາສະມາຊິກ ລັດຖະບານ, ຜູ້ແທນເຂົ້າຮ່ວມກອງປະຊຸມ ຈົ່ງສຸມໃສ່ຕີລາຄາສະພາບການເດືອນພຶດສະພາ ແລະ ຊຸມເດືອນຕໍ່ໄປ; ວາງອອກບັນດາໜ້າທີ່, ມາດຕະການ ແນໃສ່ຊຸກຍູ້ການເຕີບໂຕຢ່າງວ່ອງໄວ ແລະ ຍືນຍົງ.
ການນຳບັນດາກະຊວງ, ຂະແໜງການເຂົ້າຮ່ວມກອງປະຊຸມ
ຕອນເຊົ້າວັນທີ 06 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານກອງປະຊຸມລັດຖະບານປະຈຳເດືອນ ເມສາ 2025 ເພື່ອຕີລາຄາສະພາບການເສດຖະກິດ - ສັງຄົມ, ເບີກຈ່າຍເງິນລົງທຶນພາກລັດ, ສະພາບການປະຕິບັດ 3 ໂຄງການເປົ້າໝາຍແຫ່ງຊາດ, ວຽກງານຊີ້ນຳ, ບໍລິຫານຂອງລັດຖະບານ, ນາຍົກລັດຖະມົນຕີໃນເດືອນເມສາ ແລະ ບັນດາໜ້າທີ່ຈຸດສຸມໃນເດືອນພຶດສະພາ ແລະ ໄລຍະຈະມາເຖິງ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ
ໄປຄຽງຄູ່ກັບການຮັບຮູ້ບັນດາໝາກຜົນທີ່ບັນລຸໄດ້ໃນເດືອນ ເມສາ ແລ້ວ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກໍຕີລາຄາສູງບັນດາກະຊວງ, ຂະແໜງການ ທີ່ໄດ້ຮີບເຮັ່ງສ້າງສຳເລັດ ແລະ ຍື່ນສະເໜີຕໍ່ກົມການເມືອງ ປະກາດໃຊ້ມະຕິເລກທີ 68 ໃນວັນທີ 04 ພຶດສະພາ ກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ທ່ານນາຍົກລັດຖະມົນຕີ ກໍຮຽກຮ້ອງໃຫ້ບັນດາສະມາຊິກ ລັດຖະບານ, ຜູ້ແທນເຂົ້າຮ່ວມກອງປະຊຸມ ຈົ່ງສຸມໃສ່ຕີລາຄາສະພາບການເດືອນພຶດສະພາ ແລະ ຊຸມເດືອນຕໍ່ໄປ; ວາງອອກບັນດາໜ້າທີ່, ມາດຕະການ ແນໃສ່ຊຸກຍູ້ການເຕີບໂຕຢ່າງວ່ອງໄວ ແລະ ຍືນຍົງ.
ກ່ຽວກັບການກຳນົດທິດບໍລິຫານໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບັນດາກະຊວງ, ຂະແໜງການຕ້ອງຮີບເຮັ່ງສ້າງສຳເລັດມະຕິວ່າດ້ວຍການຈັດຕັ້ງຜັນຂະຫຍາຍມະຕິເລກທີ 66 ຂອງກົມການເມືອງ ກ່ຽວກັບການປ່ຽນແປງໃໝ່ວຽກງານສ້າງ ແລະ ປະຕິບັດກົດໝາຍ ຕອບສະໜອງຄຳຮຽກຮ້ອງພັດທະນາປະເທດໃນສັງກາດໃໝ່ ແລະ ມະຕິເລກທີ 68 ຂອງ ກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນໂດຍໄວ. ພ້ອມດຽວກັນນັ້ນ, ຕ້ອງຍູ້ໄວຄວາມຄືບໜ້າຜັນຂະຫຍາຍໂຄງການລົງທຶນກວ່າ 2.200 ໂຄງການ, ສືບຕໍ່ຊຸກຍູ້ບັນດາກຳລັງໜູນເຕີບໂຕໃໝ່, ເຊັ່ນ: ວິທະຍາສາດເຕັກໂນໂລຢີ, ຫັນເປັນດີຈີຕອນ, ນະວັດຕະກຳ…
(ແຫຼ່ງຄັດຈາກ VOV)