ຕອນຄ່ຳວັນທີ 5 ພຶດສະພາ ຢູ່ສູນກອງປະຊຸມສາກົນ ທີ່ ຮ່າໂນ້ຍ, ເມື່ອເຂົ້າຮ່ວມງານລ້ຽງໂດຍທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເປັນເຈົ້າພາບ, ທ່ານປະທານາທິບໍດີ ສີລັງກາ ສະແດງຄວາມຂອບອົກຂອບໃຈການຕ້ອນຮັບອັນອົບອຸ່ນທີ່ສະຫງວນໃຫ້ແກ່ສ່ວນຕົວທ່ານ ແລະ ຄະນະຜູ້ແທນ ສີລັງກາ.
ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ເປັນເຈົ້າພາບ ງານລ້ຽງຂ່ຳນັບຮັບຕ້ອນທ່ານປະທານາທິບໍດີ ສີລັງກາ ຢ້ຽມຢາມທາງລັດຖະກິດ ຫວຽດນາມ. (ພາບ: TTXVN)
ທ່ານເຊື່ອໝັ້ນວ່່າ ບັນດາການແລກປ່ຽນຄຳເຫັນກັບການນຳຫວຽດນາມ ໃນການຢ້ຽມຢາມຄັ້ງນີ້ ຈະເປີດບັນດາແງ່ຫວັງຮ່ວມມືອັນເລິກເຊິ່ງກວ່າອີກ.
ກ່ອນຫນ້ານັ້ນ ເມື່ອພົບປະກັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ການນຳສອງທ່ານ ເຫັນດີໂດຍຖືວ່າ ບົນພື້ນຖານການພົວພັນມິດຕະພາບ ແລະ ຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ສອງປະເທດ ຈະປັບປຸງການຮ່ວມມືໃນທຸກຂົງເຂດຢ່າງບໍ່ຢຸດຢັ້ງ, ນຳການພົວພັນຂຶ້ນສູງລະດັບສູງໃຫມ່ ເມື່ອມີເງ່ືອນໄຂ ແລະ ຄວາມເຫັນດີຈາກສອງຝ່າຍ.
ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິນແທງເໝີ້ນ ກໍ່ໄດ້ມີການພົບປະແລກປ່ຽນຄຳເຫັນກັບປະທານາທິບໍດີ ສີລັງກາ Anura Kumara Dissanayaka.
(ແຫຼ່ງຄັດຈາກ VOV)