ຂ່າວສານ ຊາວເຂົ້າເມືອງແບບຜິດກົດໝາຍ ໄດ້ຮັບເງິນສົດເພື່ອອອກຈາກ ອາເມລິກາ ດ້ວຍຄວາມສະໝັກໃຈ 07/05/2025 ຊາວເຂົ້າເມືອງແບບຜິດກົດໝາຍ ຈະໄດ້ຮັບເງິນສົດ 1.000 USD ຕໍ່ຄົນເພື່ອອອກຈາກ ອາເມລິກາ ດ້ວຍຄວາມສະໝັກໃຈ. ເຮືອບິນຂົນສົ່ງການທະຫານ ອາເມລິກາ ສົ່ງຊາວເຂົ້າເມືອງຜິດກົດໝາຍອອກຈາກ ອາເມລິກາ (ພາບ: New York Times)ວັນທີ 05 ພຶດສະພາ, ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ໄດ້ອອກແຈ້ງການວ່າ ຊາວເຂົ້າເມືອງແບບຜິດກົດໝາຍ ຈະໄດ້ຮັບເງິນສົດ 1.000 USD ຕໍ່ຄົນເພື່ອອອກຈາກ ອາເມລິກາ ດ້ວຍຄວາມສະໝັກໃຈ. ຕາມແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບພາຍໃນ ອາເມລິກາ ແລ້ວ, ນອກຈາກຈຳນວນເງິນ 1.000 USD, ຊາວເຂົ້າເມືອງແບບຜິດກົດໝາຍແຕ່ລະຄົນຍັງໄດ້ຮັບການໜູນຊ່ວຍກ່ຽວກັບຄ່າເດີນທາງ, ອາດຈະແມ່ນປີ້ຍົນ, ເພື່ອສະໝັກໃຈອອກຈາກ ອາເມລິກາ. ຕາມກະຊວງປ້ອງກັນຄວາມສະຫງົບພາຍໃນ ອາເມລິກາ ແລ້ວ, ບ້ວງເງິນດັ່ງກ່າວ ຍັງຕ່ຳກວ່າລາຍຈ່າຍໃນການເນລະເທດຊາວເຂົ້າເມືອງແບບຜິດກົດໝາຍ ເຊິ່ງລວມມີບັນດາການຈັບຕົວ, ກັກຂັງຊົ່ວຄາວ ແລະ ເນລະເທດ, ດ້ວຍມູນຄ່າທັງໝົດອາດຈະຂຶ້ນເຖິງ 17.000 USD. ນັບແຕ່ເມື່ອຮັບດຳລົງຕຳແໜ່ງເມື່ອເດືອນ ມັງກອນ, ທ່ານປະທານາທິບໍດີ Donald Trump ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເນລະເທດຊາວເຂົ້າເມືອງແບບຜິດກົດໝາຍນັບລ້ານຄົນ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ອາເມລິກາ. ໄລ່ມາຮອດປັດຈຸບັນ, ມີ 152.000 ຄົນ ຖືກເນລະເທດໄປຍັງຄຸກຕັ້ງຢູ່ອ່າວ Guantanamo ແລະ El Salvador.

ຊາວເຂົ້າເມືອງແບບຜິດກົດໝາຍ ຈະໄດ້ຮັບເງິນສົດ 1.000 USD ຕໍ່ຄົນເພື່ອອອກຈາກ ອາເມລິກາ ດ້ວຍຄວາມສະໝັກໃຈ. ເຮືອບິນຂົນສົ່ງການທະຫານ ອາເມລິກາ ສົ່ງຊາວເຂົ້າເມືອງຜິດກົດໝາຍອອກຈາກ ອາເມລິກາ (ພາບ: New York Times)ວັນທີ 05 ພຶດສະພາ, ອຳນາດການປົກຄອງປະທານາທິບໍດີ ອາເມລິກາ Donald Trump ໄດ້ອອກແຈ້ງການວ່າ ຊາວເຂົ້າເມືອງແບບຜິດກົດໝາຍ ຈະໄດ້ຮັບເງິນສົດ 1.000 USD ຕໍ່ຄົນເພື່ອອອກຈາກ ອາເມລິກາ ດ້ວຍຄວາມສະໝັກໃຈ. ຕາມແຈ້ງການຂອງກະຊວງປ້ອງກັນຄວາມສະຫງົບພາຍໃນ ອາເມລິກາ ແລ້ວ, ນອກຈາກຈຳນວນເງິນ 1.000 USD, ຊາວເຂົ້າເມືອງແບບຜິດກົດໝາຍແຕ່ລະຄົນຍັງໄດ້ຮັບການໜູນຊ່ວຍກ່ຽວກັບຄ່າເດີນທາງ, ອາດຈະແມ່ນປີ້ຍົນ, ເພື່ອສະໝັກໃຈອອກຈາກ ອາເມລິກາ. ຕາມກະຊວງປ້ອງກັນຄວາມສະຫງົບພາຍໃນ ອາເມລິກາ ແລ້ວ, ບ້ວງເງິນດັ່ງກ່າວ ຍັງຕ່ຳກວ່າລາຍຈ່າຍໃນການເນລະເທດຊາວເຂົ້າເມືອງແບບຜິດກົດໝາຍ ເຊິ່ງລວມມີບັນດາການຈັບຕົວ, ກັກຂັງຊົ່ວຄາວ ແລະ ເນລະເທດ, ດ້ວຍມູນຄ່າທັງໝົດອາດຈະຂຶ້ນເຖິງ 17.000 USD. ນັບແຕ່ເມື່ອຮັບດຳລົງຕຳແໜ່ງເມື່ອເດືອນ ມັງກອນ, ທ່ານປະທານາທິບໍດີ Donald Trump ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະເນລະເທດຊາວເຂົ້າເມືອງແບບຜິດກົດໝາຍນັບລ້ານຄົນ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ອາເມລິກາ. ໄລ່ມາຮອດປັດຈຸບັນ, ມີ 152.000 ຄົນ ຖືກເນລະເທດໄປຍັງຄຸກຕັ້ງຢູ່ອ່າວ Guantanamo ແລະ El Salvador.