• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ໃນ​ເຫດ​ແຜ່ນ​ດິນ​ໄຫວ​ເກີດ​ຂຶ້ນ​ຢູ່ ມຽນ​ມາ ສືບ​ຕໍ່​ເພີ່ມ​ຂຶ້ນ. ຫວຽດ​ນາມ ສົ່ງ​ກຳ​ລັງ​ໄປ​ຊ່ວຍ​ເຫຼືອ​ການ​ກູ້​ໄພ​ກູ້​ຊີບ

ຕາມແຫຼ່ງຂ່າວຈາກວົງການເຈົ້າໜ້າທີ່ ມຽນມາ ແລ້ວ, ໄລ່ຮອດຕອນເຊົ້າວັນທີ 30 ມີນາ, ຈຳນວນຜູ້ເສຍຊີວິດໃນເຫດແຜ່ນດິນໄຫວທີ່ເກີດຂຶ້ນຢ່າງຮ້າຍແຮງຢູ່ປະເທດນີ້ ໃນຕອນບ່າຍວັນທີ 28 ມີນາ ໄດ້ເພີ່ມຂຶ້ນ 1.644 ຄົນ, ມີຜູ້ຖືກບາດເຈັບເກືອບ 2.400 ຄົນ. ປັດຈຸບັນ, ກຳລັງກູ້ໄພກູ້ຊີບຍັງພວມສືບຕໍ່ມານະພະຍາຍາມຊອກຫາຜູ້ຫາຍສາບສູນຢູ່ນະຄອນ Mandalay, ເຂດທີ່ຖືກຜົນກະທົບຢ່າງໜັກໜ່ວງທີ່ສຸດ.
ກອງປະຊຸມກ່ຽວກັບການຈັດສົ່ງກຳລັງໄປຊ່ວຍເຫຼືອ ມຽນມາ ຂອງກອງທັບປະຊາຊົນ ຫວຽດນາມ (ພາບ: qdnd.vn)

ໃນຂະນະນັ້ນ, ຢູ່ນະຄອນຫຼວງ ບາງກອກ ປະເທດໄທ, ເຊິ່ງຫ່າງຈາກຈຸດສູງຂອງແຜ່ນດິນໄຫວກວ່າ 1.000 ກິໂລແມັດ, ກໍໄດ້ຢັ້ງຢືນວ່າ ມີຜູ້ເສຍຊີວິດ 10 ຄົນ, ສ່ວນຫຼາຍແມ່ນກຳມະກອນທີ່ຖືກດັບຖົ່ມໃນຊາກຫັກພັງຂອງຕຶກອາຄານ 30 ຊັ້ນທີ່ຖືກຖະຫຼົ່ມນັ້ນ.

    ຕໍ່ໜ້າຄວາມຫຍຸ້ງຍາກ ເຊິ່ງ ມຽນມາ ພວມປະເຊີນໜ້າໃນວຽກງານຊອກຫາ, ປິ່ນປົວໃຫ້ຄົນເຈັບ ແລະ ຊ່ວຍເຫຼືອປະຊາຊົນຜູ້ຖືກເຄາະຮ້າຍນັ້ນ, ປະຊາຄົມສາກົນໄດ້ຜັນຂະຫຍາຍການເຄື່ອນໄຫວກູ້ໄພກູ້ຊີບຢ່າງວ່ອງໄວ ແລະ ໃຫ້ຄຳໝັ້ນສັນຍາໃຫ້ການຊ່ວຍເຫຼືອທັງດ້ານກຳລັງແຮງມະນຸດ, ການເງິນ ແລະ ເຄື່ອງບັນເທົ່າທຸກ.

ໃນຂະນະນັ້ນ, ວັນທີ 30 ມີນາ, ກຳລັງເຂົ້າຮ່ວມການຊ່ວຍເຫຼືອມະນຸດສະທຳ, ຊ່ວຍເຫຼືອແກ້ໄຂໄພພິບັດຂອງ ກອງທັບປະຊາຊົນ ຫວຽດນາມ  ແລະ ກະຊວງຕຳຫຼວດ ຫວຽດນາມ ກໍເດີນທາງໄປຍັງ ມຽນມາ.

ກ່ອນໜ້ານັ້ນ, ວັນທີ 28 ມີນາ, ພາຍຫຼັງເຫດແຜ່ນດິນໄຫວມີຄວາມແຮງ 7.7 ຣິດເຕີ ເກີດຂຶ້ນຢູ່ ມຽນມາ ໄດ້ 2 – 3 ຊົ່ວໂມງ, Mytel - ກຸ່ມບໍລິສັດໂທລະຄົມມະນາຄົມ ກອງທັບ ຫວຽດນາມ  ປະຈຳຢູ່ ມຽນມາ ໄດ້ຜັນຂະຫຍາຍບັ້ນຊ່ວຍເຫຼືອແບບສຸກເສີນສຳລັບລູກຄ້າປະມານ 4 ລ້ານຄົນ ຢູ່ 98 ເມືອງໃນທົ່ວປະເທດ ມຽນມາ ຢ່າງວ່ອງໄວ ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນສາມາດຕິດຕໍ່ກັບພີ່ນ້ອງ, ອັດເດດຂ່າວ, ສະຖານະການຈາກລັດຖະບານ ແລະ ບັນດາອົງການກູ້ໄພກູ້ຊີບ. ນອກຈາກນັ້ນ, ກຸ່ມບໍລິສັດດັ່ງກ່າວກໍໄດ້ແຈກຢາຍເຄື່ອງບັນເທົ່າທຸກຢູ່  45 ແຫ່ງ, ລວມມີອາຫານ 10.000 ພູດໃຫ້ແກ່ປະຊາຊົນ ແລະ ຈະສືບຕໍ່ເປີດກວ້າງການຊ່ວຍເຫຼືອໃນໄລຍະຈະມາເຖິງ.

(ແຫຼ່ງຄັດຈາກ VOV)

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ 50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ “50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ”

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ໃນຕອນທ່ຽງຂອງວັນທີ 30 ເມສາ 1975 ໂດຍນັກຂ່າວ ເຈິ່ນມາຍເຫືອງ, ເຊິ່ງລິຂະສິດຮູບພາບເປັນຂອງສຳນັກຂ່າວສານ ຫວຽດນາມ ໄດ້ຖືກນຳມາສ້າງໃໝ່ໃນຜະລິດຕະພັນແທ່ງເງິນຂອງກຸ່ມບໍລິສັດຄຳເງິນເພັດພອຍ ພູກວີ.

Top