ກະສັດ ແລະ ພະມະເຫສີ ແບນຊິກ ຈະໄປຢ້ຽມຢາມ ຫວຽດນາມ ທາງລັດຖະກິດແຕ່ວັນທີ 31 ມີນາ ຫາວັນທີ 4 ເມສາ.
ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ (ພາບ: TTXVN)
ໂດຍໄດ້ຮັບຄຳເຊີນຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ກະສັດ ແລະ ພະມະເຫສີ ແບນຊິກ ຈະໄປຢ້ຽມຢາມ ຫວຽດນາມ ທາງລັດຖະກິດແຕ່ວັນທີ 31 ມີນາ ຫາວັນທີ 4 ເມສາ. ເມື່ອຕອບສຳພາດຕໍ່ນັກຂ່າວກ່ອນດຳເນີນການຢ້ຽມຢາມຄັ້ງນີ້, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ ການຢ້ຽມຢາມດັ່ງກ່າວມີຄວາມໝາຍສຳຄັນ, ແມ່ນການຢ້ຽມຢາມທາງລັດຖະກິດຄັ້ງທຳອິດ ພາຍຫຼັງກວ່າ 50ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1973 – 2025), ພິເສດ ໃນສະພາບການ ຫວຽດນາມ ພວມກ້າວເຂົ້າສູ່ສັງກາດໃໝ່.
ການຢ້ຽມຢາມ ໄດ້ຢັ້ງຢືນຄວາມປາດຖະໜາ, ຄວາມຕັດສິນໃຈຂອງສອງຝ່າຍ ເພື່ອແນໃສ່ນຳການພົວພັນສອງຝ່າຍຂຶ້ນສູ່ລະດັບສູງໃໝ່, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ນການເມືອງ, ຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ, ພິເສດແມ່ນຂົງເຂດເສດຖະກິດ - ການຄ້າ - ການລົງທຶນ. ຄາດວ່າ, ພາກສ່ວນຮ່ວມເດີນທາງພ້ອມກັບກະສັດ ແລະ ພະມະເຫສີ ແບນຊິກ ໃນການຢ້ຽມຢາມຄັ້ງນີ້ ມີ CEO 34 ຄົນຂອງກຸ່ມບໍລິສັດ, ວິສາຫະກິດໃຫຍ່ແຖວໜ້າຂອງແບນຊິກ ແລະ ສະຫະພາບເອີຣົບ ໃນຂົງເຂດການບໍລິການພະລາທິການ, ທ່າກ່ຳປັ່ນທະເລ, ຫັນປ່ຽນພະລັງງານ, ສາທາລະນະສຸກ, ສະບຽງອາຫານ… ແລະ ການນຳຂອງມະຫາວິທະຍາໄລ, ສະຖາບັນຄົ້ນຄວ້າ 16 ແຫ່ງແຖວໜ້າຂອງ ແບນຊິກ.
(ແຫຼ່ງຄັດຈາກ VOV)