• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຮ່ວມມືພັດທະນາເສດຖະກິດການເບິ່ງແຍງດູແລໃນພາກພື້ນ ອາຊຽນ

ນັບແຕ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31 ປີ 2017, ຢູ່ ມານີລາ, ເສດຖະກິດການເບິ່ງແຍງດູແລ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ພ້ອມກັບການມອບສິດເສດະກິດໃຫ້ແກ່ແມ່ຍິງ,ຜູ້ທີ່ເຮັດວຽກງານເບິ່ງແຍງດູແລ, ແມ່ນບັນຫາທີ່ການນຳຫຼາຍທ່ານໄດ້ສຸມໃສ່ປຶກສາຫາລືຢ່າງເລິກເຊິ່ງ
(ຕາມຕົວເລກທີ່ກອງປະຊຸມສຳມະນາ, ຮອດປີ 2050, ບັນດາປະເທດ ອາຊຽນ ສ່ວນຫຼາຍຈະມີປະຊາກອນອາຍຸສູງປະມານ 30%)

ແຕ່ດົນນານມາແລ້ວເສດຖະກິດການເບິ່ງແຍງດູແລໄດ້ກາຍເປັນຄວາມສົນໃຈຂອງຫຼາຍປະເທດໃນພາກພື້ນ ແລະ ໂລກ. ໃນຊຸມປີມໍ່ໆມານີ້ລະດັບການຫັນເປັນປະຊາກອນອາຍຸສູງຢູ່ ອາຊຽນ ໄດ້ດຳເນີນຢ່າງວ່ອງໄວທີສຸດພ້ອມກັບຄວາມຕ້ອງການຊັບພະຍາກອນມະນຸດໃຫ້ແກ່ການບລິການເບິ່ງແຍງດູແລນັບມື້ນັບສູງນັ້ນ ອັນໄດ້ຮຽກຮ້ອງໃຫ້ບັນດາປະເທດສະມາຊິກເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດການເບິ່ງແຍງດູແລ ແລະ ອອກແຮງງານພິເສດແມ່ນໃນການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານເຄື່ອນຍ້າຍ.

ນັບແຕ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 31 ປີ 2017, ຢູ່ ມານີລາ, ເສດຖະກິດການເບິ່ງແຍງດູແລ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ພ້ອມກັບການມອບສິດເສດະກິດໃຫ້ແກ່ແມ່ຍິງ, ຜູ້ທີ່ເຮັດວຽກງານເບິ່ງແຍງດູແລ, ແມ່ນບັນຫາທີ່ການນຳຫຼາຍທ່ານໄດ້ສຸມໃສ່ປຶກສາຫາລືຢ່າງເລິກເຊິ່ງ, ກວ້າງຂວາງໃນກອງປະຊຸມຫຼາຍຄັ້ງ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາດ້ວຍຫົວຂໍ້ “ເສດຖະກິດການເບິ່ງແຍງດູແລ ແລະ ຜູ້ເຮັດວຽກງານເບິ່ງແຍງດູແລຢູ່ ອາຊຽນ” ທີ່ຈັດຂຶ້ນໃນທ້າຍເດືອນ ກໍລະກົດ ຜ່ານມາ, ທ່ານ ປອ San San Aye, ຜູ້ຕາງໜ້າກະຊວງສະຫວັດດີການສັງຄົມ ມຽນມາ ໃຫ້ຮູ້ວ່າ, ມີຄວາມກ້າວໜ້າຫຼາຍຢ່າງໄດ້ຮັບການຮັບຮູ້ ເມື່ອບັນດາເອກະສານກ່ຽວຂ້ອງເຖິງເສດຖະກິດການເບິ່ງແຍງດູແລໄດ້ປະກາດໃຊ້. ຜ່ານບັນດາເອກະສານດັ່ງກ່າວ, ອາຊຽນ ໄດ້ຍອມຮັບຄວາມສຳຄັນຂອງພື້ນຖານເສດຖະກິດການເບິ່ງແຍງດູແລຄືດັ່ງຂົງເຂດທີ່ກວ້າງໃຫຍ່ ແລະ ຫຼາຍຮູບຫຼາຍແບບ.

“ຖະແຫຼງການ ອາຊຽນ ກ່ຽວກັບການເພີ່ມທະວີເສດຖະກິດການເບິ່ງແຍງດູແລ ແລະ ຊຸກຍູ້ຄວາມສາມາດທົນທານສຳລັບປະຊາຄົມ ອາຊຽນ ພາຍຫຼັງປີ 2025 ໄດ້ສ່ອງແສງຄຳໝັ້ນສັນຍາລວມຂອງບັນດາປະເທດສະມາຊິກ ອາຽນ ໃນການຍົກສູງວິໄສທັດ ແລະ ຄຸນຄ່າຂອງວຽກງານເບິ່ງແຍງດູແລ ຄືດັ່ງເສົ້າຄ້ຳສຳຄັນຂອງການພັດທະນາແບບຍືນຍົງ. ຖະແຫຼງການໄດ້ເນັ້ນໜັກເຖິງບຸລິມະສິດຍຸດສາດຈຳນວນໜຶ່ງລວມມີການນຳໃຊ້ເຕັກໂນໂລຊີ ແລະ ປັບປຸງພື້ນຖານເສດຖະກິດການເບິ່ງແຍງດູແລ ທີ່ໄດ້ຮັບການໜູນຊ່ວຍດ້ວຍດີຈີຕອນ”.

ຕາມຕົວເລກທີ່ກອງປະຊຸມສຳມະນາ, ຮອດປີ 2050, ບັນດາປະເທດ ອາຊຽນ ສ່ວນຫຼາຍຈະມີປະຊາກອນອາຍຸສູງປະມານ 30%. ຈຳນວນຜູ້ເຮັດວຽກງານເບິ່ງແຍງດູແລນີ້ນັບມື້ນັບຫຼຸດລົງ ໃນຂະນະນັ້ນຈຳນວນຜູ້ມີຄວາມຕ້ອງການໄດ້ຮັບການເບິ່ງແຍງດູແລພັດເພີ່ມຂຶ້ນ, ອັນໄດ້ຮຽກຮ້ອງໃຫ້ບັນດາປະເທດຕ້ອງວາງແຜນການເພີ່ມເຕີມ. ທ່ານວູຈຽນທັງ, ຮອງລັດຖະມົນຕີກະຊວງພາຍໃນ ຫວຽດນາມ, , ໃຫ້ຮູ້ວ່າ:

“ປະບັນມີຜູ້ອອກແຮງງານເຄື່ອນຍ້າຍປະມານ 10 ລ້ານຄົນ ພວມດຳລົງຊີວິດ ແລະ ເຮັດວຽກຢູ່ບັນດາປະເທດໃນພາກພື້ນ ອຊຽນ. ຜູ້ອອກແຮງງານເຄື່ອນຍ້າຍບໍ່ພຽງແຕ່ປະກອບສ່ວນສຳຄັນໃຫ້ແກ່ພື້ນຖານເສດຖະກິດການເບິ່ງແຍງດູແລຂອງບັນດາປະເທດ ອາຊຽນ ເທົ່ານັ້ນຫາກຍັງຮັບບັນດາວຽກງານເບິ່ງແຍງດູແລເຊິ່ງກຳລັງຜູ້ອອກແຮງງານຢູ່ພາຍໃນປະເທດບໍ່ພຽງພໍ ຫຼື ບໍ່ຢາກເຮັດ”

ເຖິງຢ່າງໃດກໍ່ຕາມ, ຕາມທ່ານນາງ Aline Sana, ຜູ້ອຳນວຍການຝ່າຍບໍລິຫານຂອງສູນຂົນຂວາຍຊາວເຄື່ອນຍ້າຍຖິ່ນຖານທີ່ມີສຳນັກງານຕັ້ງຢູ່ ຟີລິບປິນ ແລ້ວ, ລະດັບຄວາມຮູ້ ແລະ ທັກສະຂອງຜູ້ເຮັດວຽກງານເບິ່ງແຍງດູແລ ສ່ວນຫຼາຍຖືກຈັດໃນລະດັບຕ່ຳ. ສິ່ງດັ່ງກ່າວພາໃຫ້ລະດັບລາຍຮັບຕ່ຳ ແລະ ຂາດລະບອບອຸດໜູນທາງສັງຄົມໃຫ້ແກ່ເຂົາເຈົ້າ.

“ຢູ່ພາກພື້ນ ອາຊຽນໄດ້ມີຫຼາຍບົດບັນທຶກຊ່ວຍຈຳຄືລະຫວ່າງ ຟີລິບປິນ ແລະ ສິງກະໂປ ສຳລັບພາລະກອນການແພດອິນໂດເນເຊຍ ແລະ ຍີ່ປຸ່ນ ໃນຂົງເຂດບຳລຸງກໍ່ສ້າງພາລະກອນເບິ່ງແຍງດູແລກຳປູເຈຍ ແລະ ມາເລເຊຍ, ມາເລເຊຍ ແລະ ອິນໂດເນເຊຍ ແມ່ນໃນຂົງເຂດແມ່ບ້ານເຄື່ອນຍ້າຍ. ແຕ່ແນ່ນອນວ່າຈະມີຜູ້ຖືກປະໄວ້ຢູ່ທາງຫຼັງ ແລະ ບໍ່ມີຖະນະນິຕິກຳ ແລະ ອາດສາມາດກາຍເປັນຜູ້ຖືກເຄາະຮ້າຍຂອງການກົດຂີ່ຂູດຮີດຜູ້ອອກແຮງງານ”.

ເພື່ອແກ້ໄຂບັນຫານີ້ໃນຂົງເຂດເສດຖະກິດເບິ່ງແຍງດູແລ ແລະ ຜູ້ເຮັດວຽກງານເບິ່ງແຍງດູແລ, ແນ່ນອນວ່າຕ້ອງມີການເຂົ້າຮ່ວມຂອງລັດຖະບານແຕ່ລະປະເທດ ໃນການປົກປ້ອງສິດຜົນປະໂຫຍດຂອງຜູ້ເຮັດວຽກງານເບິ່ງແຍງດູແລ, ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ - ຊາຍ… ພ້ອມກັນນັ້ນ, ພາຍໃຕ້ແງ່ມູມການຮ່ວມມືໃນພາກພື້ນ ອາຊຽນ, ທ່ານ ປອ Navarat Temsumrit, ມາຈາກມະຫາວິທະຍາໄລ Kasetsart, ສະເໜີວ່າ:

“ກ່ຽວກັບການຮ່ວມມືຢູ່ພາກພື້ນ, ອາຊຽນສາມາດພ້ອມກັນເຮັດວຽກເພື່ອເຮັດໃຫ້ບັນດາມາດຕະຖານເບິ່ງແຍງດູແລກົມກຽວກັນ ແລະ ຮັບຮູ້ເຊິ່ງກັນ ແລະ ກັນກ່ຽວກັບລະດັບວິຊາສະເພາະໃຫ້ຜູ້ເຮັດວຽກງານເບິ່ງແຍງດູແລ. ສິ່ງດັ່ງກ່າວໄດ້ສ້າງເງື່ອນໄຂສະດວກໃຫ້ແກ່ການຍົກຍ້າຍຂອງຜູ້ເຮັດວຽກງານເບິ່ງແຍງດູແລໃນທົ່ວ ອາຊຽນ. ພ້ອມກັນນັ້ນ, ພວກເຮົາຕ້ອງແບ່ງປັນຂໍ້ມູນ ແລະ ນະໂຍບາຍ, ຮ່ວມມືກັນຄົ້ນຄວ້າກ່ຽວກັບທ່າອ່ຽງປະຊາກອນ. ສຸດທ້າຍແມ່ນ ສ້າງສົນທິສັນຍາວ່າດ້ວຍການເບິ່ງແຍງດູແລ ອາຊຽນ, ຂອບພາກພື້ນກ່ຽວກັບບັນດານະໂຍບາຍເບິ່ງແຍງດູແລຢ່າງຮອບດ້ານ, ສະດຸ້ງໄວກ່ຽວກັບເພດ ແລະ ຍືນຍົງ”.

ວັນທີ 28 – 30 ຕຸລາ ຈະມາເຖິງນີ້, ກອງປະຊຸມຊາຍແດນໃໝ່ໃນເສດຖະກິດການເບິ່ງແຍງດູແລ ຄາດວ່າຈະຈັດຂຶ້ນຢູ່ ກົວລາລຳເປີ. ນີ້ຈະແມ່ນໜຶ່ງໃນບັນດາບຸລິມະສິດຂອງ ມາເລເຊຍ ໃນຖານະເປັນປະທານ ອາຊຽນ. ແນ່ນອນວ່າ, ດ້ວຍຄວາມເອົາໃຈໃສ່ຢ່າງເລິກເຊິ່ງຂອງພາກພື້ນ, ເສດຖະກິດການເບິ່ງແຍງດູແລ ຈະນັບມື້ນັບພັດທະນາ, ປະກອບສ່ວນສ້າງປະຊາຄົມອາຊຽນ ໃຫ້ນັບມື້ນັບສະໜິດຕິດພັນ, ໝັ້ນຄົງເຂັ້ມແຂງ ແລະ ວັດທະນາຖາວອນ.

(ແຫຼ່ງຄັດຈາກ VOV)

ກະຊວງຕຳຫຼວດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ກະຊວງຕຳຫຼວດ ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມື

ກະຊວງຕຳຫຼວດ 2 ປະເທດສືບຕໍ່ຜັນຂະຫຍາຍວຽກງານປ້ອງກັນ, ຕ້ານອາດຊະຍາກຳກ່ຽວກັບການຄ້າມະນຸດ, ອາດຊະຍາກຳກ່ຽວກັບຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ

Top