ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຈູດທູດທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ຮອງຮອຍສະຖານເຮືອນເລກທີ 48 ຖະໜົນ ຮ່າງງາງ (ຕາແສງຮວ່ານກຽມ, ຮ່າໂນ້ຍ).
ທ່ານເລຂາທິການໃຫຍ່ ໂຕເລິມ ຈູດທູດທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ຮອງຮອຍສະຖານເຮືອນເລກທີ 48 ຖະໜົນ ຮ່າງງາງ
ເນື່ອງໃນໂອກາດສະເຫຼີມສະຫຼອງການປະຕິວັດເດືອນສິງຫາ ສຳເລັດຜົນ(19/8/1945-19/8/2025) ແລະ ວັນຊາດ ຫວຽດນາມ (2/9/1945 -2/9/2025), ຄົບຮອບ 80 ປີ, ຕອນເຊົ້າວັນທີ 31 ສິງຫາ, ທ່ານເລຂາທິການໃຫຍ່ ໂຕເລິມ ໄດ້ຈູດທູດທຽນອາໄລຫາປະທານ ໂຮ່ຈີມິນ ຢູ່ຮອງຮອຍສະຖານເຮືອນເລກທີ 48 ຖະໜົນ ຮ່າງງາງ (ຕາແສງຮວ່ານກຽມ, ຮ່າໂນ້ຍ).
ຢູ່ທີ່ນີ້, ບັນດາຜູ້ແທນໄດ້ສະແດງຄວາມເຄົາລົບນັບຖື ແລະ ອາໄລຫາເຖິງຄຸນງາມຄວາມດີຂອງປະທານ ໂຮ່ຈີມິນ, ນັກວິລະຊົນປົດປ່ອຍຊາດ, ນັກວັດທະນະທຳຜູ້ດີເລີດ, ຜູ້ທີ່ໄດ້ອຸທິດທັງຊີວິດຂອງຕົນເພື່ອພາລະກິດປະຕິວັດຂອງພັກ ແລະ ຊາດ ຫວຽດນາມ.
ຫຼັງຈາກນັ້ນ, ທ່ານເລຂາທິການໃຫຍ່ ໂຕເລິມ ແລະ ບັນດາສະມາຊິກໃນຄະນະໄດ້ຢ້ຽມຊົມຮອງຮອຍສະຖານເຮືອນເລກ 48 ຮ່າງງາງ, ບ່ອນທີ່ປະທານ ໂຮ່ຈີມິນ ໄດ້ຂຽນບົດຖະແຫຼງປະກາດເອກະລາດສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ.
(ແຫຼ່ງຄັດຈາກ VOV)