• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ປະມວນພາບບັນຍາກາດພິທີໄຂງານວາງສະແດງ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ”

ພິທີໄຂງານວາງສະແດງຜົນງານຂອງປະເທດຊາດ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ” ຖືກໄຂຂຶ້ນສົມກຽດ ຢູ່ສູນງານວາງສະແດງຕະຫຼາດນັດແຫ່ງຊາດ (VEC), ດົງແອັງ, ຮ່າໂນ້ຍ.
ບັນດາລາຍການສະແດງສິລະປະໃນພິທີໄຂງານວາງສະແດງ

ຕອນເຊົ້າວັນທີ 28 ສິງຫາ, ພິທີໄຂງານວາງສະແດງຜົນງານຂອງປະເທດຊາດ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ” ເນື່ອງໃນໂອກາດສະເຫຼີມສະຫຼອງວັນໄຊຊະນະການປະຕິວັດ ແລະ ວັນສະຖາປະນາປະເທດ ສສ. ຫວຽດນາມ ທີ 2 ກັນຍາ ຄົບຮອບ 80 ປີ ໄດ້ຈັດຂຶ້ນຢ່າງສົມກຽດຢູ່ສູນວາງສະແດງຕະຫຼາດນັດແຫ່ງຊາດ (VEC), ດົງແອັງ, ຮ່າໂນ້ຍ.

ເຂົ້າຮ່ວມພິທີໄຂມີທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ, ທ່ານ ນົງດຶກແມ້ງ ອະດີດເລຂາທິການໃຫຍ່, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ, ທ່ານ ຫງວຽນເຕິນຢຸງ ອະດີດນາຍົກລັດຖະມົນຕີ, ທ່ານ ເຈິ່ນແທັງເໝິນ ປະທານສະພາແຫ່ງຊາດ, ທ່ານນາງ ຫງວຽນທິກິມເງິນ ອະດີດປະທານສະພາແຫ່ງຊາດ ຫວຽດນາມ…

ພ້ອມດຽວກັນນັ້ນ ຍັງມີບັນດາທ່ານກຳມະການກົມການເມືອງ, ອະດີດກຳມະການກົມການເມືອງ, ເລຂາທິການສູນກາງພັກ, ອະດີດເລຂາທິການສູນກາງພັກ, ກຳມະການສູນກາງພັກ, ອະດີດກຳມະການສູນກາງພັກ, ການນຳບັນດາຄະນະ, ກະຊວງ, ຂະແໜງການ; ຜູ້ຕາງໜ້າບັນດາອົງການການທູດ, ອົງການຈັດຕັ້ງສາກົນ; ຜູ້ຕາງໜ້າບັນດາວິສາຫະກິດເຂົ້າຮ່ວມງານວາງສະແດງ.

ເມື່ອກ່າວຄຳເຫັນຊີ້ນຳພິທີໄຂ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ຊີ້ແຈ້ງວ່າ: ງານວາງສະແດງ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ” ໄດ້ສ່ອງແສງຢ່າງເລິກເຊິ່ງ ແລະ ແມ່ນໝາກຜົນຂອງການປະກອບສ່ວນ, ການອຸທິດສ່ວນຂອງທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບໃນຕະຫຼອດໄລຍະປະຫວັດສາດ 80 ປີທີ່ສະຫງ່າລາສີ, ອົງອາດກ້າຫານຂອງການປະຕິວັດ ຫວຽດນາມ, ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າ, ເປັນເຈົ້າການ, ປະດິດຄິດສ້າງຂອງບັນດາອົງການພັກຂັ້ນສູນກາງ, ບັນດາອົງການຂອງສະພາແຫ່ງຊາດ, ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຕ່າງໆ, ຜູ້ຕາງໜ້າປະຊາຄົມວິສາຫະກິດໃນວິວັດການຈັດຕັ້ງປະຕິບັດ.

ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກ “ງານວາງສະແດງຍັງແມ່ນ ‘ໂຮງຮຽນທີ່ມີຊີວິດຊີວາ’ ດ້ວຍການປະສົມປະສານຢ່າງກົມກຽວລະຫວ່າງລັກສະນະທີ່ເປັນມູນເຊື້ອ ແລະ ຍຸກສະໄໝ, ນຳປະຫວັດສາດກາຍເປັນສິ່ງທີ່ໃກ້ຊິດ, ເຂົ້າເຖິງໄດ້ງ່າຍ, ເພື່ອໃຫ້ລຸ້ນຄົນປັດຈຸບັນ ມີຄວາມເຂົ້າໃຈແຈ້ງກ່ຽວກັບກົກເຄົ້າເຫງົ້າກໍ, ກ່ຽວກັບການເສຍສະຫຼະອັນໃຫຍ່ຫຼວງ ແລະ ຜົນງານຂອງລຸ້ນພໍ່ລຸ້ນອ້າຍ; ຈາກນັ້ນ ກໍເສີມສ້າງກຳລັງແຮງ, ສົ່ງແຫຼ່ງບັນດານໃຈ, ຫຼໍ່ລ້ຽງຄວາມຄາດຫວັງນຳປະເທດຊາດກ້າວເຂົ້າສູ່ສັງກາດໃໝ່, ສັງກາດຮັ່ງມີເຂັ້ມແຂງ, ອະລິຍະທຳ, ວັດທະນາຖາວອນ, ສີວິໄລ, ທຽບທັນກັບບັນດາປະເທດມະຫາອຳນາດໃນ 5 ທະວີບ”.

ສູນວາງສະແດງຕະຫຼາດນັດແຫ່ງຊາດ ມີຂອບຂະໜາດ 900.000 ຕາແມັດ, ໃນນັ້ນ ເນື້ອທີ່ເຮືອນໃນຮົ່ມ 304.000 ຕາແມັດ, ເດີ່ນກາງແຈ້ງ 200.000 ຕາແມັດ, ເຂດກອງປະຊຸມບັນລຸມາດຖານສາກົນ ສາມາດບັນຈຸ 5.000 ຄົນ ພ້ອມກັບລະບົບພື້ນຖານດ້ານວັດຖຸ, ເຕັກນິກ, ການບໍລິການທີ່ມີຄຸນນະພາບສູງ ແລະ ທັນສະໄໝ.

ງານວາງສະແດງຜົນງານຂອງປະເທດຊາດ “80 ປີໄລຍະທາງແຫ່ງເອກະລາດ - ເສລີພາບ - ຄວາມຜາສຸກ” ເປີດປະຕູຕ້ອນຮັບແຂກແຕ່ 9 ໂມງ ຫາ 22 ໂມງ ຂອງທຸກໆວັນແຕ່ວັນທີ 29 ສິງຫາ ຫາວັນທີ 05 ກັນຍາ ຈຶ່ງອັດລົງ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມສຸດຍອດ SCO: ການນຳບັນດາປະເທດໃຫ້ສັດຕະຍາບັນຖະແຫຼງການ ທຽນຈີນ

ກອງປະຊຸມສຸດຍອດ SCO: ການນຳບັນດາປະເທດໃຫ້ສັດຕະຍາບັນຖະແຫຼງການ ທຽນຈີນ

ບັນດາຫຼັກການເຄົາລົບອະທິປະໄຕ, ເອກະລາດ, ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ຮັບປະກັນຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ.

Top