• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ໄປ​ຮອດ ຊຽງ​ໄຮ້ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອົງ​ການ​ຮ່ວມ​ມື ຊຽງ​ໄຮ້ (SCO)

ຕອນຄ່ຳວັນທີ 30 ສິງຫາ ຕາມເວລາທ້ອງຖິ່ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ເດີນທາງໄປຮອດນະຄອນ ທຽນຈີນ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດອົງການຮ່ວມມື ຊຽງໄຮ້ (SCO) ປີ 2025 ດ້ວຍຖານະເປັນແຂກຖືກເຊີນຂອງປະເທດເຈົ້າພາບ ແລະ ເຮັດວຽກຢູ່ ຈີນ ແຕ່ວັນທີ 31 ສິງຫາ - 01 ກັນຍາ.
ການຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ ທຽນຈີນ, ເລີ່ມຕົ້ນການເຂົ້າຮ່ວມກອງປະຊຸມສຸດຍອດ SCO 2025 (ພາບ:TTXVN)

ກອງປະຊຸມສຸດຍອດ SCO 2025 ແມ່ນການເຄື່ອນໄຫວທີ່ສຳຄັນທີ່ສຸດໃນລະບົບກວ່າ 10 ກິດຈະກຳໂດຍ ຈີນ ໄດ້ ແລະ ຈະຈັດຂຶ້ນໃນບົດບາດເປັນປະທານໝູນວຽນ ໄລຍະ 2024 – 2025. ການປະຕິບັດງານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເພື່ອແນໃສ່ສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ປະຊາຄົມແບ່ງປັນອະນາຄົດ ຫວຽດນາມ - ຈີນ ມີຄວາມໝາຍຍຸດທະສາດ, ພິເສດແມ່ນຊຸກຍູ້ບັນດາຂົງເຂດຮ່ວມມືແທດຈິງກ່ຽວກັບເສດຖະກິດ - ການຄ້າ - ການລົງທຶນ, ບັນດາໂຄງການໃຫຍ່ກ່ຽວກັບການພັດທະນາພື້ນຖານໂຄງລ່າງຍຸດທະສາດ.

        ການປະຕິບັດງານຄັ້ງນີ້ກໍແມ່ນໂອກາດເພື່ອໃຫ້ການນຳ ຫວຽດນາມ ສືບຕໍ່ແລກປ່ຽນຍຸດທະສາດ, ເພິ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງກັບບັນດາການນຳຂອງຈີນ, ຊອກຫາມາດຕະການສຳລັບບັນດາບັນຫາທີ່ຍັງຄົງຄ້າງລະຫວ່າງສອງປະເທດ, ພິເສດແມ່ນໃນບັນຫາທະເລຕາເວັນອອກ, ຈາກນັ້ນຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບ, ສະດວກໃຫ້ແກ່ການພັດທະນາຂອງສອງປະເທດໃນໄລຍະຈະມາເຖິງ.

        ເນື່ອງໃນໂອກາດນີ້, ຕອນເຊົ້າວັນທີ 31 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ຈີນຫຼີສວຽນ ປະທານທະນາຄານລົງທຶນພື້ນຖານໂຄງລ່າງ ອາຊີ (AIIB).

(ແຫຼ່ງຄັດຈາກ VOV)

ກອງປະຊຸມສຸດຍອດ SCO: ການນຳບັນດາປະເທດໃຫ້ສັດຕະຍາບັນຖະແຫຼງການ ທຽນຈີນ

ກອງປະຊຸມສຸດຍອດ SCO: ການນຳບັນດາປະເທດໃຫ້ສັດຕະຍາບັນຖະແຫຼງການ ທຽນຈີນ

ບັນດາຫຼັກການເຄົາລົບອະທິປະໄຕ, ເອກະລາດ, ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດ, ຮັບປະກັນຄວາມສະເໝີພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດ, ບໍ່ແຊກແຊງເຂົ້າວຽກງານພາຍໃນຂອງກັນ.

Top