ວັນທີ 30 ກັນຍາ, ຄະນະລັດຖະບານ ໄທ ໄດ້ຕົກລົງແຕ່ງຕັ້ງທ່ານ Phumtham Wechayachai ຮອງນາຍົກລັດຖະມົນຕີ ຮັບດຳລົງຕຳແໜ່ງເປັນຜູ້ຮັກສາການນາຍົກລັດຖະມົນຕີຂອງປະເທດນີ້.
ທ່ານ Phumtham Wechayachai ຮອງນາຍົກລັດຖະມົນຕີ (ພາບ: REUTERS/Athit Perawongmetha)
ຄະນະລັດຖະບານ ໄທ ກໍອະນຸມັດຜ່ານຂອບເຂດບັນດາກິດຈະກຳໃນໄລຍະຂ້າມຜ່ານປັດຈຸບັນຢ່າງແໜ້ນແຟ້ນ ເພື່ອຮັບປະກັນສະຖຽນລະພາບ ເຊິ່ງ ບໍ່ໃໃຫ້ເກີນຂອບເຂດໜ້າທີ່ຂອງຕົນ.
ຕາມຂໍ້ຕົກລົງ, ພາຍຫຼັງສານລັດຖະທຳມະນູນປົດຕຳແໜ່ງນາຍົກລັດຖະມົນຕີສຳລັບທ່ານນາງ ແພທອງທານ ຊິນນະວັດ, ຄະນະລັດຖະບານປັດຈຸບັນຂອງ ໄທ ຍັງສືບຕໍ່ໄດ້ຮັບການບໍລິຫານດ້ວຍຖານະຮັກສາການຈົນຮອດເມື່ອໃດມີອຳນາດການປົກຄອງໃໝ່ສາບານຕົວຮັບດຳລົງຕຳແໜ່ງ.
ໃນຂະນະນັ້ນ, ຫ້ອງການເລຂາສະພາຕ່ຳໄດ້ອອກແຈ້ງການຮຽກໂຮມປະຊຸມແຕ່ວັນທີ 03 – 05 ກັນຍາ ເພື່ອປ່ອນບັດເລືອກຕັ້ງນາຍົກລັດຖະມົນຕີໃໝ່ ອີງຕາມບັນຊີລາຍຊື່ຜູ້ອອກສະໝັກເລືອກຕັ້ງທີ່ໄດ້ສະເໜີກ່ອນດຳເນີນການເລືອກຕັ້ງທົ່ວປະເທດໃນເດືອນພຶດສະພາປີ 2023.
(ແຫຼ່ງຄັດຈາກ VOV)