ທ່ານເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກຄອມມູນິດ ກູບາ, ປະທານປະເທດ ສ. ກູບາ Miguel Díaz-Canel Bermúdez ແລະ ພັນລະຍາ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ຄົບຮອບ 80 ປີ, ແຕ່ວັນທີ 31 ສິງຫາ ຫາວັນທີ 02 ກັນຍາ.
ທ່ານເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກຄອມມູນິດ ກູບາ Miguel Díaz-Canel Bermúdez ແລະ ພັນລະຍາເດີນທາງມາຮອດສະໜາມບິນສາກົນ ໂນ້ຍບ່າຍ, ຮ່າໂນ້ຍ (ພາບ:TTXVN)
ຕອນເຊົ້າວັນທີ 31 ສິງຫາ, ທ່ານເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກຄອມມູນິດ ກູບາ, ປະທານປະເທດ ສ. ກູບາ Miguel Díaz-Canel Bermúdez ແລະ ພັນລະຍາ ໄດ້ເດີນທາງມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ, ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ຫວຽດນາມ ຄົບຮອບ 80 ປີ, ແຕ່ວັນທີ 31 ສິງຫາ ຫາວັນທີ 02 ກັນຍາ. ການຢ້ຽມຢາມ ໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດ ຫວຽດນາມ ໂຕເລິມ ແລະ ພັນລະຍາ.
ທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ Rogelio Polanco Fuentes ໃຫ້ຮູ້ວ່າ ນີ້ແມ່ນຄັ້ງທຳອິດທີ່ທ່ານ Miguel Díaz-Canel Bermúdez ຢ້ຽມຢາມ ຫວຽດນາມ ໃນຖານະເປັນເລຂາທິການທີໜຶ່ງ ຄະນະບໍລິຫານງານສູນກາງພັກຄອມມູນິດ ກູບາ ແລະ ປະທານປະເທດ. ທ່ານເອກອັກຄະລັດຖະທູດ Rogelio Polanco Fuentes ຢັ້ງຢືນວ່າ ການຢ້ຽມຢາມໄດ້ດຳເນີນໃນສະພາບການພົວພັນລະຫວ່າງສອງປະເທດສືບຕໍ່ພັດທະນາຢ່າງດີງາມ, ຈະສືບຕໍ່ປະກອບສ່ວນປັບປຸງ ແລະ ຍົກສູງການພົວພັນອັນສະໜິດແໜ້ນລະຫວ່າງ ຫວຽດນາມ ແລະ ກູບາ ກວ່າອີກ.
(ແຫຼ່ງຄັດຈາກ VOV)