ໃນຂອບເຂດການເຮັດວຽກຢູ່ນະຄອນ ທຽນຈີນ ປະເທດຈີນ, ຕອນບ່າຍວັນທີ 31/8, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະກັບປະຊາຄົມຊາວຫວຽດນາມ ຢູ່ຈີນ. ເຂົ້າຮ່ວມການພົບປະ, ມີນັກສຶກສາຫວຽດນາມ ແລະຊາວຫວຽດນາມ 270 ຄົນທີ່ມາຈາກນະຄອນທຽນຈິນ, ປັກກິ່ງ, ຊຽງໄຮ, ຊານຕົງ, ກວາງຊີ, ເຮີເປ, ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດ, ຕາງໜ້າໃຫ້ປະຊາຄົມຊາວຫວຽດນາມຢູ່ຈີນ ຫຼາຍກ່ວາ100.000 ຄົນ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖ່າຍຮູບທີ່ລະນຶກກັບຊາວ ຫວຽດນາມ ອາໄສຢູ່ ຈີນ
ກ່າວຄຳເຫັນທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ: ປະຊາຄົມຊາວຫວຽດນາມ ແມ່ນຂົວຕໍ່ ແລະ ປະຕິບັດນະໂຍບາຍການຕ່າງປະເທດຂອງປະເທດ, ແມ່ນພາກສ່ວນໜຶ່ງທີ່ບໍ່ອາດຕັດແຍກອອກຈາກກຸ່ມກ້ອນມະຫາສາມັກຄີແຫ່ງຊາດ ແລະ ນັບມື້ນັບປະກອບສ່ວນເຂົ້າໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ, ປະຊາຄົມຊາວຫວຽດນາມ ຢູ່ ຈີນ ຍາມໃດກໍ່ເອກອ້າງທະນົງໃຈເມ່ືອເປັນຊາວຫວຽດນາມ, ມີພື້ນຖານວັດທະນະທຳທີ່ມີເຂັ້ມຂົ້ນໄປດ້ວຍສີສັນຊາດ ແລະ ຍາມໃດເອກອ້າງທະນົງຕໍ່ການປະກອບສ່ວນຂອງວົງຄະນະຍາດຕໍ່ນ້ຳໃຈມິດຕະພາບຫວຽດນາມ - ຈີນ.
ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ໃຫ້ຮູ້ວ່າ, ມີບັນດາການເຄື່ອນໄຫວວັດທະນະທຳ, ສິລະປະຢູ່ພາຍໃນປະເທດເພື່ອໃຫ້ປະຊາຊົນໄດ້ຮັບໝາກຜົນແຫ່ງວັນເອກະລາດແຫ່ງຊາດ ຄົບຮອບ80 ປີ, ພິເສດແມ່ນວັນການປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ.
(ແຫຼ່ງຄັດຈາກ VOV)