• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

5 ປະ​ເທດ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ຄັດ​ຄ້ານ​ແຜນ​ການ​ຄວບ​ຄຸມ​ເຂດ ກາ​ຊາ ຂອງ ອິດ​ສະ​ຣາ​ແອັນ

ວັນທີ 9 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດບັນດາປະເທດ ເຢຍລະມັນ, ອີຕາລີ, ລາຊະອານາຈັກ ອັງກິດ, ນິວຊີແລນ ແລະ ອົດສະຕາລີ ໄດ້ລົງນາມໃນຖະແຫຼງການຮ່ວມກ່າວປະນາມແຜນການໂດຍ ຄະນະລັດຖະບານຄວາມໝັ້ນຄົງ ອິດສະຣາແອັນ ຫາກຮັບຮອງເອົາ ເພື່ອແນໃສ່ຄວບຄຸມທົ່ວເຂດ ກາຊາ.

ກຳລັງທະຫານ ອິດສະຣາແອັນ ຢູ່ເຂດ ກາຊາ (ພາບ: TTXVN)

ໃນຖະແຫຼງການຮ່ວມ, ບັນດາປະເທດຖືວ່າ ບໍ່ວ່າຄວາມມານະພະຍາຍາມໃດທີ່ແນໃສ່ໂຮມ ຫຼື ເປີດກວ້າງເຂດຕັ້ງຖິ່ນຖານນັ້ນ ລ້ວນແຕ່ລະເມີດກົດໝາຍສາກົນ, ພ້ອມທັງຢັ້ງຢືນແຜນການຄວບຄຸມທົ່ວເຂດ ກາຊາ ຂອງອຳນາດການປົກຄອງ ອິດສະຣາແອັນ ຈະເຮັດໃຫ້ວິກິດການມະນຸດສະທຳຮ້າຍແຮງຂຶ້ນຕື່ມ, ກໍ່ຄວາມອັນຕະລາຍຕໍ່ຊີວິດອິນຊີຂອງບັນດາຕົວປະກັນ ແລະ ມີຄວາມສ່ຽງກໍ່ໃຫ້ເກີດບັນດາບັ້ນວິກິດການອົບພະຍົບໃໝ່.

ຖະແຫຼງການກໍຮຽກຮ້ອງໃຫ້ບັນດາຝ່າຍຢຸດຕິການປະທະກັນໃນສະພາວະວິກິດການມະນຸດສະທຳພວມດຳເນີນດ້ວຍລະດັບຮ້າຍແຮງແບບບໍ່ເຄີຍມີມາກ່ອນ; ກະຕຸກຊຸກຍູ້ກຳລັງ ຮາມາດສ ຈົ່ງປ່ອຍຕົວປະກັນ ເປັນອິດສະຫຼະຢ່າງບໍມີເງື່ອນໄຂ ແລະ ຮັບປະກັນວ່າ ເຂົາເຈົ້າຕ້ອງໄດ້ຮັບການປະພຶດຢ່າງມີມະນຸດສະທຳ. ຝ່າຍ ປາແລັດສະຕິນ ຊົມເຊີຍຖະແຫຼງການດັ່ງກ່າວຢ່າງແຮງ.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ: ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່​ອາດ​ຕັດ​ແຍກ​ອອກ​ຈາກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນວ່າ: ປະຊາຄົມຊາວ ຫວຽດນາມ ຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງທີ່ບໍ່​ອາດ​ຕັດ​ແຍກ​ອອກ​ຈາກກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ

ໃນຂອບເຂດການເຮັດວຽກຢູ່ນະຄອນ ທຽນຈີນ ປະເທດຈີນ, ຕອນບ່າຍວັນທີ 31/8, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການພົບປະກັບປະຊາຄົມຊາວຫວຽດນາມ ຢູ່ຈີນ. ເຂົ້າຮ່ວມການພົບປະ, ມີນັກສຶກສາຫວຽດນາມ ແລະຊາວຫວຽດນາມ 270 ຄົນທີ່ມາຈາກນະຄອນທຽນຈິນ, ປັກກິ່ງ, ຊຽງໄຮ, ຊານຕົງ, ກວາງຊີ, ເຮີເປ, ພ້ອມດ້ວຍພະນັກງານ, ພາລະກອນສະຖານທູດ, ຕາງໜ້າໃຫ້ປະຊາຄົມຊາວຫວຽດນາມຢູ່ຈີນ ຫຼາຍກ່ວາ100.000 ຄົນ.

Top