• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ ປັກກິງ, ຈູງກິ່ງ ແລະ ຊືຈວານ

ລາຍການໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ ປັກກິງ ແມ່ນເຫດການເປີດສາກທຳອິດໃນບັນດາການເຄື່ອນໄຫວໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ 3 ນະຄອນໃຫຍ່ຂອງ ຈີນ, ລວມມີ: ປັກກິງ, ຈູງກິ່ງ ແລະ ຊືຈວານ
(ທີ່ລາຍການໂຄສະນາການທ່ອງທ່ຽວ)

ຕອນຄ່ຳວັນທີ 21 ຕຸລາ, ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ຈັດລາຍການໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ ປັກກິງ, ດ້ວຍການເຂົ້າຮ່ວມຂອງວິສາຫະກິດທ່ອງທ່ຽວ 2 ປະເທດ 250 ແຫ່ງ.

        ກ່າວຄຳເຫັນທີ່ພິທີໄຂ, ທ່ານ ຫງວຽນຈູງແຄັງ, ຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ, ໃຫ້ຮູ້ວ່າ ລາຍການໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ ປັກກິງ ແມ່ນເຫດການເປີດສາກທຳອິດໃນບັນດາການເຄື່ອນໄຫວໂຄສະນາການທ່ອງທ່ຽວ ຫວຽດນາມ ຢູ່ 3 ນະຄອນໃຫຍ່ຂອງ ຈີນ, ລວມມີ: ປັກກິງ, ຈູງກິ່ງ ແລະ ຊືຈວານ, ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ ແລະ ປີພົວພັນແລກປ່ຽນປະຊາຊົນ ຫວຽດນາມ - ຈີນ 2025.

        “ເລື່ອງພວກເຮົາມີໜ້າຢູ່ນະຄອນຫຼວງ ປັກກິງ ໃນມື້ນີ້, ໃນຂອບເຂດລາຍການໂຄສະນາການທ່ອງທ່ຽວ ຫວຽດນາມ ປີ 2025, ນັ້ນແມ່ນສານຢ່າງແຮງ ສະແດງຄວາມຕັດສິນໃຈລວມຂອງ 2 ຂະແໜງການທ່ອງທ່ຽວ ໃນການຊຸກຍູ້ການພົວພັນແລກປ່ຽນ, ຮ່ວມມື ແລະ ພັດທະນາແບບຍືນຍົງ, ປະກອບສ່ວນປັບປຸງການພັວພັນມິດຕະພາບທີ່ເປັນມູນເຊື້ອ, ຖານບ້ານໃກ້ເຮືອນຄຽງທີ່ດີງາມລະຫວ່າງປະຊາຊົນ 2 ປະເທດ”.

(ແຫຼ່ງຄັດຈາກ VOV)

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

ສືບ​ຕໍ່​ສຸມ​ໃສ່​ການ​ໂຄ​ສະ​ນາ​ເພື່ອ​ຕໍ່​ສູ້​ຮຽກ​ຮ້ອ​ງ​ຄວາມ​ຍຸ​ຕິ​ທຳ​ໃຫ້​ແກ່​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ

“ສືບຕໍ່ສຸມໃສ່ການໂຄສະນາເພື່ອຕໍ່ສູ້ຮຽກຮ້ອງຄວາມຍຸຕິທຳໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ” ສິ່ງດັ່ງກ່າວໂດຍພົນຕີ ຫງວຽນຫືວຈິງ, ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ (VAVA), ໄດ້ຢັ້ງຢືນໃນກອງປະຊຸມຄັ້ງທີ 3, ຄະນະບໍລິຫານງານຊຸດທີ V, ອາຍຸການ 2023 – 2028, ໄດ້ດຳເນີນໃນຕອນບ່າຍວັນທີ 9 ທັນວາ, ຢູ່ຮ່າໂນ້ຍ.

Top