• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເລ​ຂ​າ​ທິ​ການ​ໃຫຍ່ ໂຕ​ເລິມ: ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ທີ່​​ໄວ້​ເນື້ອ​ເຊື່ອ​ໃຈ, ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ສາ​ກົນ

ຮອດປີ 2030, ໃນໂອກາດ ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກ, ຫວຽດນາມ ກາຍເປັນປະເທດພວມພັດທະນາມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ, ຮອດປີ 2045, ສະເຫຼີມສະຫຼອງ 100 ປີແຫ່ງວັນສະຖາປະນາປະເທດຊາດ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ.
ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ກ່າວຄຳເຫັນທີ່ມະຫາວິທະຍາໄລ Yonsei (ພາບ: TTXVN)

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມາທາງລັດຖະກິດ ສ.ເກົາລີ, ຕອນບ່າຍວັນທີ 11 ສິງຫາ, ທ່ານເລຂາທິການໃຫຍ່ ພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ລົງຢ້ຽມຢາມມະຫາວິທະຍາໄລ Yonsei ແລະ ກ່າວຄຳເຫັນນະໂຍບາຍດ້ວຍຫົວຂໍ້  “ເພີ່ມທະວີການເຊື່ອມຕໍ່ ແລະ ຄວາມໄວ້ເນື້ອເຊື່ອໃຈ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ຫວຽດນາມ - ສ.ເກົາຫຼີເພື່ອສັນຕິພາບ, ວັດທະນາຖາວອນ, ການຮ່ວມມື ແລະພັດທະນາ”.

ນະທີ່ນີ້, ທ່ານເລຂາທິການໃຫຍ່ ຖືວ່າ ບັນດາຄວາມມານະພະຍາຍາມໃນໄລຍະສຳຄັນປັດຈຸບັນມີຄວາມໝາຍຍຸດທະສາດ, ຕັດສິນໃຈເພື່ອຫັນຄວາມຄາດຫວັງໃຫຍ່ຂອງ ຫວຽດນາມ ໃຫ້ປະກົດຜົນເປັນຈິງ ນັ້ນແມ່ນຮອດປີ 2030, ສະເຫຼີມສະຫຼອງ 100 ປີແຫ່ງວັນສ້າງຕັ້ງພັກ, ກາຍເປັນປະເທດພວມພັດທະນາມີອຸດສາຫະກຳທັນສະໄໝ, ມີລາຍຮັບປານກາງສູງ, ຮອດປີ 2045, ສະເຫຼີມສະຫຼອງ 100 ປີແຫ່ງວັນສະຖາປະນາປະເທດຊາດ ກາຍເປັນປະເທດພັດທະນາ, ມີລາຍຮັບສູງ. ຫວຽດນາມ ປາດຖະໜາຢາກ ລັດຖະບານ ແລະ ປະຊາຊົນສ.ເກົາຫຼີ ຈະຮ່ວມເດີນທາງສະໜັບສະໜູນ ແລະ ໜູນຊ່ວຍ ຫວຽດນາມ. ທ່ານໃຫ້ຮູ້ວ່າ:

ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຄວາມເຂົ້າໃຈເຊິ່ງກັນແລະກັນ ແມ່ນພື້ນຖານສຳຄັນແຖວໜ້າເພື່ອສືບຕໍ່ນຳຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສ.ເກົາຫຼີ ໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ເສີມຂະຫຍາຍບົດບາດເປັນໃຈກາງຂອງການຮ່ວມມືເສດຖະກິດ - ການຄ້າ, ຖືນີ້ແມ່ນບຸລິມະສິດຂອງການໃຫ້ບຸລິມະສິດ. ນຳການຮ່ວມມືດ້ານວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ພັດທະນາແຫຼ່ງຊັບພະຍາກອນມະນຸດ ແມ່ນເສົາຄ້ຳໃໝ່ໃນການພົວພັນສອງຝ່າຍ.   

(ແຫຼ່ງຄັດຈາກ VOV)

ວາລະສານ ຂ່າວພາບ ຫວຽດນາມ ເຂົ້າເຖິງປະຊາຊົນ ລາວ ແລະ ໝູ່ເພື່ອນສາກົນ

ວາລະສານ ຂ່າວພາບ ຫວຽດນາມ ເຂົ້າເຖິງປະຊາຊົນ ລາວ ແລະ ໝູ່ເພື່ອນສາກົນ

ຕາມນັກຂ່າວ ສຳນັກຂ່າວສານ ຫວຽດນາມ (VNA) ປະຈໍາ ສປປ ລາວ, ຕອນບ່າຍວັນທີ 12 ສິງຫາ, ຢູ່ຫໍວັດທະນະທຳແຫ່ງຊາດ, ນະຄອນຫຼວງ ວຽງຈັນ, ຄະນະໂຄສະນາອົບຮົມ ສູນກາງພັກ ປະຊາຊົນປະຕິວັດລາວ ໄດ້ຈັດພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສື່ມວນຊົນ, ການພິມ ແລະ ຈຳໜ່າຍຂອງ ລາວ ຄົບຮອບ 75 ປີ (13 ສິງຫາ 1950 – 13 ສິ່ງຫາ 2025) ຢ່າງສົມກຽດ.

Top