ນັບແຕ່ວັນທີ 01 ກໍລະກົດ, ກະຊວງຕຳຫຼວດ ຫວຽດນາມ ໄດ້ຜັນຂະຫຍາຍການອອກເລກລະຫັດປະຈຳຕົວເອເລັກໂຕນິກອັນດັບ 2 ໃຫ້ແກ່ຊາວຕ່າງປະເທດທີ່ພວມອາໄສຢູ່ ຫວຽດນາມ.
ການອອກເລກລະຫັດປະຈຳຕົວເອເລັກໂຕນິກໃຫ້ແກ່ຊາວຕ່າງປະເທດໄດ້ດຳເນີນພາຍໃນ 50 ວັນ ແລະ ຄືນ ເຊິ່ງເລີ່ມແຕ່ວັນທີ 01 ກໍລະກົດ ຈົນຮອດວັນທີ 19 ສິງຫາ.(ພາບປະກອບ: dhtn.ttxvn.org.vn)
ຕາມກົມຄຸ້ມຄອງການເຂົ້າ - ອອກເມືອງ ກະຊວງຕຳຫຼວດ ຫວຽດນາມ ແລ້ວ, ການອອກເລກລະຫັດປະຈຳຕົວເອເລັກໂຕນິກ ຊ່ວຍໃຫ້ຊາວຕ່າງປະເທດປະຕິບັດບັນດາລະບຽບການບໍລິຫານທາງໄກໄດ້ຢ່າງສະດວກກວ່າ, ຫຼຸດຜ່ອນເວລາ, ເອກະສານ ແລະ ການພົບປະແບບເຊິ່ງໜ້າ, ພ້ອມທັງຮັບປະກັນລັກສະນະຢັ້ງຢືນຮັບປະກັນ ແລະ ປົກປ້ອງສິດຜົນປະໂຫຍດຖືກຕ້ອງຕາມກົດໝາຍໃນໄລຍະເຂົາເຈົ້າດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ. ໄປຄຽງຄູ່ກັນນັ້ນ, ເລກລະຫັດປະຈຳຕົວເອເລັກໂຕນິກອັນດັບ 2 ຍັງສ້າງເງື່ອນໄຂໃຫ້ແກ່ຊາວຕ່າງປະເທດນຳໃຊ້ຫຼາຍຄຸນປະໂຫຍດທາງດີຈີຕອນຢູ່ ຫວຽດນາມ, ເຊັ່ນ: ຢັ້ງຢືນຮັບປະກັນການທຸລະກຳກັບທະນາຄານ, ຈົດທະບຽນການເຊົ່າເຮືອນ, ນຳໃຊ້ການບໍລິການສາທາລະນະ, ເກັບຮັກສາບັດພັກເຊົ່າເອເລັກໂຕນິກ ແລະ ເອກະສານຖືກຕ້ອງຕາມກົດໝາຍໃນແຟຼດຟອມ VneID.
ກະຊວງຕຳຫຼວດ ກໍໃຫ້ຮູ້ວ່າ ໄດ້ເປີດບັ້ນອອກເລກລະຫັດປະຈຳຕົວເອເລັກໂຕນິກຈຸດສູງໃຫ້ແກ່ຊາວຕ່າງປະເທດ ພາຍໃນ 50 ວັນ ແລະ ຄືນ ເຊິ່ງເລີ່ມແຕ່ວັນທີ 01 ກໍລະກົດ ຈົນຮອດວັນທີ 19 ສິງຫາ.
(ແຫຼ່ງຄັດຈາກ VOV)