ຫວຽດນາມ ຢືດໝັ້ນຫຼັກໝັ້ນສະເໝີຕົ້ນສະເໝີປາຍແມ່ນແກ້ໄຂທຸກການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS.
(ທ່ານອັກຄະລັດຖຸທູດ ຫງວ໊ຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ)
ໃນລະຫວ່າງວັນທີ 11 – 12 ສິງຫາ, ຢູ່ສຳນັກງານສະຫະປະຊາຊາດ, ທີ່ ນິວຢອກ, ປະເທດ ອາເມລິກາ, ໄດ້ຈັດວາລະປຶກສາຫາລືເປີດຂັ້ນສູງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ກ່ຽວກັບຫົວເລື່ອງ: “ຄວາມໝັ້ນຄົງທາງທະເລ: ການປ້ອງກັນສະກັດກັ້ນ, ການປ່ຽນແປງໃໝ່ ແລະ ການຮ່ວມມືສາກົນ ເພື່ອຮັບມືກັບບັນດາສິ່ງທ້າທາຍທີ່ຫາກໍ່ພົ້ນເດັ່ນ”. ເຫດການຈັດຂຶ້ນພາຍໃຕ້ການເປັນປະທານຂອງທ່ານປະທານາທິບໍດີ ປານາມາ, ປະເທດປະທານສະພາຄວາມໝັ້ນຄົງສະຫະປະຊາຊາດເດືອນ ສິງຫາ.
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານອັກຄະລັດຖຸທູດ ຫງວ໊ຽນຮ່ວາງງວຽນ, ຮອງຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ , ຢືນຢັນວ່າ ສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982 ພ້ອມກັບບັນດາເອກະສານນິຕິກຳສາກົນກ່ຽວກັບການເດີນທະເລ, ສິ່ງແວດລ້ອມ ແລະ ການປ້ອງກັນ ຕ້ານອາດຊະຍາກຳທາງທະເລ ໄດ້ສ້າງເປັນກອບນິຕິກຳຢ່າງຮອບດ້ານໃຫ້ແກ່ການຄຸ້ມຄອງມະຫາສະໝຸດ ແລະ ການຮັບມືກັບສິ່ງທ້າທາຍດ້ານຄວາມໝັ້ນຄົງຢູ່ທະເລ.
ໂດຍແມ່ນປະເທດເຂດແຄມທະເລ, ດ້ວຍຜົນປະໂຫຍດຍຸດທະສາດດ້ານເສດຖະກິດ ແລະ ເສດຖະກິດ ຕິດພັນກັບສັນຕິພາບ, ຄວາມໝັ້ນຄົງຢູ່ທະເລຕາເວັນອອກ, ຫວຽດນາມ ຢືດໝັ້ນຫຼັກໝັ້ນສະເໝີຕົ້ນສະເໝີປາຍແມ່ນແກ້ໄຂທຸກການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS.
(ແຫຼ່ງຄັດຈາກ VOV)