• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມ ຕັດສິນໃຈໃນການປ້ອງກັນ, ຕ້ານອາວຸດລ້າງຜານ

ນີ້ແມ່ນເອກະສານກຳນົດກົດໝາຍສະບັບທຳອິດທີ່ໄດ້ດັດປັບໂດຍກົງ, ຄົບຖ້ວນກ່ຽວກັບການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດທັງ 4 ປະເພດ
ພິທີມອບໃບຍ້ອງຍໍໃຫ້ແກ່ບັນດາຜູ້ມີຜົນງານດີເດັ່ນໃນການປະຕິບັດມະຕິເລກທີ 81 (ພາບ: daibieunhandan.vn)

ຕອນບ່າຍວັນທີ 27 ມີນາ, ຢູ່ ຮ່າໂນ້ຍ, ອົງການຕິດຕໍ່ແຫ່ງຊາດ ຫວຽດນາມ ກ່ຽວກັບການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານ ໄດ້ຈັດກອງປະຊຸມສະຫຼຸບມະຕິເລກທີ 81 ຂອງລັດຖະບານກ່ຽວກັບການປ້ອງກັນ, ຕ້ານອາວຸດລ້າງຜານໄລຍະ 2019 – 2024. ນີ້ແມ່ນເອກະສານກຳນົດກົດໝາຍສະບັບທຳອິດທີ່ໄດ້ດັດປັບໂດຍກົງ, ຄົບຖ້ວນກ່ຽວກັບການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດທັງ 4 ປະເພດ, ແມ່ນ ອາວຸດຊີວະສາດ, ອາວຸດເຄມີ, ອາວຸດນິວເຄຼຍ ແລະ ອາວຸດກຳມັນຕະພາບລັງສີ.

ໃນບົດລາຍງານທີ່ກອງປະຊຸມໃຫ້ຮູ້ວ່າ, ໄລຍະ 2019 – 2024, ວຽກງານຜັນຂະຫຍາຍການປ້ອງກັນ, ຕ້ານການແຜ່ຂະຫຍາຍອາວຸດລ້າງຜານແຕ່ຕົ້ນ, ແຕ່ໄກຂອງ ຫວຽດນາມ ບັນລຸຜົນງານຕັ້ງໜ້າຫຼາຍຢ່າງ. ທ່ານພົນຈັດຕະວາ ຮ່າວັນກື່, ຜູ້ບັນຊາການເຫຼົ່າຮົບເຄມີ, ຫົວໜ້າອົງການປະຈຳ 81, ຢືນຢັນວ່າ:

“ວຽກງານຊີ້ນຳ, ສົມທົບກັນ ຮຽກຮ້ອງຕ້ອງມີການເຂົ້າຮ່ວມຂອງຫຼາຍກະຊວງ, ຂະແໜງການ. ພວກຂ້າພະເຈົ້າໄດ້ໃຫ້ຄຳປຶກສາແກ່ລັດຖະບານ ເພື່ອສ້າງໂຄງການກະທຳລະດັບຊາດໃນບັນຫາປ້ອງກັນ, ຕ້ານອາວຸດລ້າງຜານ, ໃນນັ້ນມີການຕີລາຄາບັນດາຄວາມສ່ຽງໃນການອຸປະຖຳການກໍ່ການຮ້າຍ... ຫຼື ພວກຂ້າພະເຈົ້າກໍ່ສົມທົບກັບກະຊວງການຕ່າງປະເທດ ເພື່ອມີສຽງເວົ້າສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນປະເທດຮັກຫອມສັນຕິພາບ, ຕັ້ງໜ້າໃນການປະຕິບັດບັນດາສົນທິສັນຍາກ່ຽວກັບການປ້ອງກັນ ແລະ ຕ້ານການເຜີຍແຜ່ອາວຸດລ້າງຜານ.”

ປະຈຸບັນ, ຫວຽດນາມ ພວມສ້າງຮ່າງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການເຜີຍແຜ່ອາວຸດລ້າງຜານ.

(ແຫຼ່ງຄັດຈາກ VOV)

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ 50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ “50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ”

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ໃນຕອນທ່ຽງຂອງວັນທີ 30 ເມສາ 1975 ໂດຍນັກຂ່າວ ເຈິ່ນມາຍເຫືອງ, ເຊິ່ງລິຂະສິດຮູບພາບເປັນຂອງສຳນັກຂ່າວສານ ຫວຽດນາມ ໄດ້ຖືກນຳມາສ້າງໃໝ່ໃນຜະລິດຕະພັນແທ່ງເງິນຂອງກຸ່ມບໍລິສັດຄຳເງິນເພັດພອຍ ພູກວີ.

Top