• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ເຫຼີມ​ສະຫຼອງວັນ ອາ​ຊຽນ ຢູ່ ເອີ​ຣົບ

ເຂດວັດທະນະທຳ ອາຊີຕາເວັນອອກ ທີ່ຄຶກຄື້ນມ່ວນຊື່ນໄດ້ຮັບການວາດພາບຂຶ້ນໃນວັນຄອບຄົວ ອາຊຽນ ທີ່ຖືກຈັດຂຶ້ນຢູ່ ບຣຸກແຊັນ, ປະເທດ ແບນຊິກ, ສ້າງຂີດໝາຍ 58 ປີແຫ່ງວັນສ້າງຕັ້ງ ອາຊຽນ.
ລາຍການຮ້ອງເພງລວມໝູ່ຂອງພະນັກງານສະຖານທູດ ຫວຽດນາມ ປະຈຳ ບຣຸກແຊນ (ພາບ: TTXVN)
ໂດຍໄດ້ດຳເນີນຢູ່ສຳນັກງານສະຖານທູດ ອິນໂດເນເຊຍ ຢູ່ ບຣຸກແຊັນ, ແບນຊິກ ໃນວັນທີ 9 ສິງຫາ, ເຫດການດັ່ງກ່າວໄດ້ດຶງດູດພະນັກງານການທູດ ແລະ ຄອບຄົວຈາກ 10 ປະເທດສະມາຊິກ ອາຊຽນ ພ້ອມດ້ວຍປະເທດສັງເກດການ Timor Leste ເຂົ້າຮ່ວມ. ເຂດວັດທະນະທຳໄດ້ກາຍເປັນ “ໝູ່ບ້ານ ອາຊຽນ” ຂະໜາດນ້ອຍ, ເຊິ່ງເປັນບ່ອນທີ່ວັດທະນະທຳອັນເປັນມູນເຊື້ອໄດ້ສົມທົບກັບຈັງຫວະຂອງຊີວິດຍຸກທັນສະໄໝ. ຈຸດພົ້ນເດັ່ນຂອງລາຍການແມ່ນບັນດາກິດຈະກຳແລກປ່ຽນວັດທະນະທຳທີ່ເປັນເອກະລັກ. ບັນດາເອກອັກຄະລັດຖະທູດ, ນັກການທູດໄດ້ເຂົ້າຮ່ວມການລະຫຼີ້ນພື້ນເມືອງ, ໃນຂະນັ້ນ, ການເສັງ “ຊອກຮູ້ກ່ຽວກັບ ອາຊຽນ” ກໍຊ່ວຍຍົກສູງຄວາມເຂົ້າໃຈກ່ຽວກັບປະຫວັດສາດ ແລະ ຜົນງານຂອງການອົງການຈັດຕັ້ງພາກພື້ນນີ້. ເຫດການດັ່ງກ່າວໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີ ອາຊຽນ ຢູ່ບ່ອນຫ່າງໄກຈາກບ້ານເກີດເມືອງນອນ.

(ແຫຼ່ງຄັດຈາກ VOV)

5 ປະ​ເທດ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ຄັດ​ຄ້ານ​ແຜນ​ການ​ຄວບ​ຄຸມ​ເຂດ ກາ​ຊາ ຂອງ ອິດ​ສະ​ຣາ​ແອັນ

5 ປະ​ເທດ ໄດ້​ອອກ​ຖະ​ແຫຼງ​ການ​ຮ່ວມ ຄັດ​ຄ້ານ​ແຜນ​ການ​ຄວບ​ຄຸມ​ເຂດ ກາ​ຊາ ຂອງ ອິດ​ສະ​ຣາ​ແອັນ

ວັນທີ 9 ສິງຫາ, ທ່ານລັດຖະມົນຕີການຕ່າງປະເທດບັນດາປະເທດ ເຢຍລະມັນ, ອີຕາລີ, ລາຊະອານາຈັກ ອັງກິດ, ນິວຊີແລນ ແລະ ອົດສະຕາລີ ໄດ້ລົງນາມໃນຖະແຫຼງການຮ່ວມກ່າວປະນາມແຜນການໂດຍ ຄະນະລັດຖະບານຄວາມໝັ້ນຄົງ ອິດສະຣາແອັນ ຫາກຮັບຮອງເອົາ ເພື່ອແນໃສ່ຄວບຄຸມທົ່ວເຂດ ກາຊາ.

Top