• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ຫະ​ປະ​ຊາ​ຊາດ​ຕີ​ລາ​ຄາ​ສູງ​ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ຢ່າງ​ແທ້​ຈິງ​ຂອງ ຫວຽດ​ນາມ​ຢູ່ຫຼາຍ​ເວ​ທີ​ປາ​ໄສ​ນິ​ຕິ​ກຳ ສາ​ກົນ

ທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມແມ່ນຍາມໃດກໍ່ຖືເປັນສຳຄັນກົດໝາຍສາກົນ, ດັ່ງນັ້ນ ຫວຽດນາມສະໜັບສະໜູນຢ່າງແຮງ ແລະ ຄຳໝັ້ນສັນຍາສືບຕໍ່ສົມທົບກັບ ຮອງເລຂາທິການໃຫຍ່, ຫ້ອງວ່າການນິຕິກຳ ສປຊ ແລະ ບັນດາປະເທດສະມາຊິກອື່ນໆ ຢ່າງແໜ້ນແຟ້ນ.
ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ແລະ ທ່ານນາງ Elinor Hammarskjöld, ຮອງເລຂານຸການໃຫຍ່, ຫົວໜ້າຫ້ອງການນິຕິກຳ ຂອງ ສປຊ

ນີ້ແມ່ນການຢັ້ງຢືນຂອງທ່ານນາງ Elinor Hammarskjöld, ຮອງເລຂານຸການໃຫຍ່, ຫົວໜ້າຫ້ອງການນິຕິກຳ ຂອງ ສປຊ ທີ່ການພົບປະກັບທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ. ທ່ານນາງ Elinor Hammarskjöld ປາດຖະໜາຢາກ ຫວຽດນາມ ສືບຕໍ່ເຂົ້າຮ່ວມປະກອບສ່ວນຫຼາຍກ່ວາອີກ ແລະ ຮ່ວມແຮງຮ່ວມໃຈກັບຫ້ອງການນິຕິກຳ ແລະ ບັນດາອົງການສປຊ ໃນວິວັດການປັບປຸງ ແລະ ຍົກສູງປະສິດທິຜົນໃນການເຄື່ອນໄຫວຂອງ ລະບົບ ສປຊ.

ສ່ວນທ່ານດັ້ງຮ່ວາງຢາງ ຢັ້ງຢືນທັດສະນະສະເໝີຕົ້ນສະເໝີປາຍຂອງ ຫວຽດນາມແມ່ນຍາມໃດກໍ່ຖືເປັນສຳຄັນກົດໝາຍສາກົນ, ດັ່ງນັ້ນ ຫວຽດນາມສະໜັບສະໜູນຢ່າງແຮງ ແລະ ຄຳໝັ້ນສັນຍາສືບຕໍ່ສົມທົບກັບ ຮອງເລຂາທິການໃຫຍ່,  ຫ້ອງວ່າການນິຕິກຳ ສປຊ ແລະ ບັນດາປະເທດສະມາຊິກອື່ນໆ ຢ່າງແໜ້ນແຟ້ນໃນການຮັບປະກັນປະສິດທິຜົນໃນການເຄື່ອນໄຫວຂອງບັນດາກົນໄກນິຕິກຳ, ຍູ້ແຮງບັນດາວິວັດການປຶກສາຫາລື ກ່ຽວກັບການສ້າງລະບົບກົດໝາຍໃຫ້ສົມບູນແບບ ແລະ ພັດທະນາຄວາມກ້າວໜ້າຂອງກົດໝາຍສາກົນໃນຂອບເຂດ ສປຊ. ໃນໂອກາດນີ້, ສອງຝ່າຍໄດ້ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນຢ່າງເລິກເຊິ່ງ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

(ແຫຼ່ງຄັດຈາກ VOV)

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ 50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ຂອງສຳນັກຂ່າວສານຫວຽດນາມ ຖືກ ພູກວີ ນຳເຂົ້າໃນຜະລິດຕະພັນແທ່ງເງິນ “50 ປີແຫ່ງການໂຮມປະເທດຊາດເປັນເອກະພາບ”

ຮູບພາບລົດຖັງຖືໝາຍເລກ 846 ຂອງກອງທັບປົດປ່ອຍ ບຸກເຂົ້າສູ່ທຳນຽບ ຖົງເຍີດ ໃນຕອນທ່ຽງຂອງວັນທີ 30 ເມສາ 1975 ໂດຍນັກຂ່າວ ເຈິ່ນມາຍເຫືອງ, ເຊິ່ງລິຂະສິດຮູບພາບເປັນຂອງສຳນັກຂ່າວສານ ຫວຽດນາມ ໄດ້ຖືກນຳມາສ້າງໃໝ່ໃນຜະລິດຕະພັນແທ່ງເງິນຂອງກຸ່ມບໍລິສັດຄຳເງິນເພັດພອຍ ພູກວີ.

Top