• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບລັດຖະມົນຕີກະຊວງກະສິກຳ ບຣາຊິນ Carlos Fávaro

ໃນການເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ (BRICS) ເປີດກ້ວາງ  2025, ຕອນບ່າຍວັນທີ 05 ກໍລະກົດ, ຢູ່ Rio de Janeiro ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງກະສິກຳ ບຣາຊິນ , Carlos Fávaro.

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ; ຊຸກຍູ້ການລົງທຶນກະສິກຳຢູ່ກັບທີ່, ສ້າງຕັ້ງຄູ່ຮ່ວມມືກ່ຽວກັບການຜະລິດ ແລະ ຈຳໜ່າຍກາເຟ, ສ້າງເຄື່ອງໝາຍການຄ້າກາເຟຮ່ວມ ຫວຽດນາມ ບຣ!ຊິນ; ສ້າງຄູ່ຮ່ວມມືກ່ຽວກັບການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຕາມນັ້ນ ຫວຽດນາມ ຈະສະໜອງເຂົ້າສານເພື່ອຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ແກ່ ບຣາຊິນ.

ໂດຍເຫັນດີຕໍ່ບັນດາຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານລັດຖະມົນຕີ Carlos Favaro ຢັ້ງຢືນວ່າ ບຣາຊິນ ພ້ອມແລ້ວທີ່ຈະແລກປ່ຽນບັນຊີລາຍຊື່ສິນຄ້າປະເພດທີ່ເປັນທ່າແຮງເພື່ອພ້ອມກັບຝ່າຍ ຫວຽດນາມ ກຳນົດເສັ້ນທາງເປີດປະຕູໃຫ້ແກ່ຜະລິດຕະພັນກະເສດຂອງທັງສອງຝ່າຍ.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານລັດຖະມົນຕີ Carlos Favaro ເປັນສັກຂີພິຍານພິທີ ສົ່ງອອກ container ຊີ້ນງົວງວດທຳອິດຂອງ ບຣາຊິນ ໄປຍັງຫວຽດນາມ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ເຫດການນີ້ພ້ອມກັບການສົ່ງອອກປາຈາ ປາບາຊາ, ປານິນ ງວດທຳອິດຂອງ ຫວຽດນາມ ໄປຍັງບຣາຊິນ ໃນໂອກາດນີ້ແມ່ນສິ່ງພິສູດ ໃຫ້ເຫັນຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານກະສິກຳລະຫວ່າງສອງປະເທດ.

(ແຫຼ່ງຄັດຈາກ VOV)

ເປັ​ນ​ຄັ້​ງ​ທຳ​ອິດ BRICS ຮັບ​ຮອ​ງ​ເອົາ​ຂໍ້​ສະ​ເໜີ​ລວມ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ IMF

ເປັ​ນ​ຄັ້​ງ​ທຳ​ອິດ BRICS ຮັບ​ຮອ​ງ​ເອົາ​ຂໍ້​ສະ​ເໜີ​ລວມ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ IMF

ນີ້ແມ່ນຄັ້ງທຳອິດກຸ່ມ BRICS ປັດຈຸບັນໄດ້ເປີດກວ້າງແຕ່ 5 ຂຶ້ນເຖິງ 11 ປະເທດສະມາຊິກ ບັນລຸໄດ້ຄວາມເຫັນດີເຫັນພ້ອມຕໍ່ຫຼັກໝັ້ນເປັນເອກະພາບລວມໃນບັນຫາປະຕິຮູບ IMF.

Top