ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບລັດຖະມົນຕີກະຊວງກະສິກຳ ບຣາຊິນ Carlos Fávaro
ໃນການເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນຂຶ້ນ (BRICS) ເປີດກ້ວາງ 2025, ຕອນບ່າຍວັນທີ 05 ກໍລະກົດ, ຢູ່ Rio de Janeiro ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງກະສິກຳ ບຣາຊິນ , Carlos Fávaro.
ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ; ຊຸກຍູ້ການລົງທຶນກະສິກຳຢູ່ກັບທີ່, ສ້າງຕັ້ງຄູ່ຮ່ວມມືກ່ຽວກັບການຜະລິດ ແລະ ຈຳໜ່າຍກາເຟ, ສ້າງເຄື່ອງໝາຍການຄ້າກາເຟຮ່ວມ ຫວຽດນາມ ບຣ!ຊິນ; ສ້າງຄູ່ຮ່ວມມືກ່ຽວກັບການຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ, ຕາມນັ້ນ ຫວຽດນາມ ຈະສະໜອງເຂົ້າສານເພື່ອຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານໃຫ້ແກ່ ບຣາຊິນ.
ໂດຍເຫັນດີຕໍ່ບັນດາຂໍ້ສະເໜີຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານລັດຖະມົນຕີ Carlos Favaro ຢັ້ງຢືນວ່າ ບຣາຊິນ ພ້ອມແລ້ວທີ່ຈະແລກປ່ຽນບັນຊີລາຍຊື່ສິນຄ້າປະເພດທີ່ເປັນທ່າແຮງເພື່ອພ້ອມກັບຝ່າຍ ຫວຽດນາມ ກຳນົດເສັ້ນທາງເປີດປະຕູໃຫ້ແກ່ຜະລິດຕະພັນກະເສດຂອງທັງສອງຝ່າຍ.
ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານລັດຖະມົນຕີ Carlos Favaro ເປັນສັກຂີພິຍານພິທີ ສົ່ງອອກ container ຊີ້ນງົວງວດທຳອິດຂອງ ບຣາຊິນ ໄປຍັງຫວຽດນາມ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ເຫດການນີ້ພ້ອມກັບການສົ່ງອອກປາຈາ ປາບາຊາ, ປານິນ ງວດທຳອິດຂອງ ຫວຽດນາມ ໄປຍັງບຣາຊິນ ໃນໂອກາດນີ້ແມ່ນສິ່ງພິສູດ ໃຫ້ເຫັນຄວາມສາມາດບົ່ມຊ້ອນໃນການຮ່ວມມືດ້ານກະສິກຳລະຫວ່າງສອງປະເທດ.