• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການ​ເຄື່ອນ​ໄຫວ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງການ​ຕ່າງ​ປະ​ເທດ ຫວຽດ​ນາມ ບຸ່ຍ​ແທັງ​ເຊີນ ຢູ່ນອກກອງ​ປະ​ຊຸມ MLC

ເນື່ອງໃນໂອກາດນີ້, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ກໍໄດ້ພົບປະກັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີການຕ່າງປະເທດ ລາວ. ສອງຝ່າຍຢັ້ງຢືນວ່າ ຈະນຳເອົາການຮ່ວມມືດ້ານເສດຖະກິດກາຍເປັນເສົາຄ້ຳຂອງການພົວພັນສອງປະເທດຢ່າງແທ້ຈິງ.
ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ພົບປະກັບທ່ານ ມາຣິດ ສະຫງ່ຽມພົງສາ ລັດຖະມົນຕີກະຊວງການຕ່າງປະເທດ ໄທ (ພາບ: chinhphu.vn)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຮ່ວມມືແມ່ນ້ຳຂອງ - ລ້ານຊ້າງ ຄັ້ງທີ 10 (MLC) ຢູ່ ຢຸນໜານ, ປະເທດ ຈີນ, ທ່ານ ບຸ່ຍແທັງເຊີນ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ພົບປະກັບທ່ານ Prak Sokhonn ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ຮ່ວມມືສາກົນ ກຳປູເຈຍ ແລະ ທ່ານ ມາຣິດ ສະຫງ່ຽມພົງສາ  ລັດຖະມົນຕີກະຊວງການຕ່າງປະເທດ ໄທ ຢູ່ນອກກອງປະຊຸມ ໃນລະຫວ່າງວັນທີ 14 – 15 ສິງຫາ.

ໃນການພົບປະກັບທັງສອງຜູ້ຕາງໜ້າ ໄທ ແລະ ກຳປູເຈຍ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ລ້ວນແຕ່ປາດຖະໜາວ່າ ໄທ ແລະ ກຳປູເຈຍ ຈະຄວບຄຸມ, ບໍ່ນຳໃຊ້ກຳລັງອາວຸດ, ສ້າງຄວາມໄວ້ເນື້ອເຊື່ອໃຈຄືນໃໝ່ໂດຍໄວ, ຊຸກຍູ້ການເຈລະຈາຊອກຫາມາດຕະການແກ້ໄຂດ້ວຍສັນຕິພາບອັນຍາວນານ, ບົນຫຼັກການພື້ນຖານຂອງກົດໝາຍສາກົນ, ເສີມຂະຫຍາຍບົດບາດເປັນໃຈກາງຂອງ ອາຊຽນ.

ເນື່ອງໃນໂອກາດນີ້,  ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ກໍໄດ້ພົບປະກັບທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີການຕ່າງປະເທດ ລາວ. ສອງຝ່າຍຢັ້ງຢືນວ່າ ຈະນຳເອົາການຮ່ວມມືດ້ານເສດຖະກິດກາຍເປັນເສົາຄ້ຳຂອງການພົວພັນສອງປະເທດຢ່າງແທ້ຈິງ; ພ້ອມທັງໃຫ້ຄຳໝັ້ນສັນຍາຈະເພີ່ມທະວີການປະສານສົມທົບ, ສະໜັບສະໜູນເຊິ່ງກັນ ແລະ ກັນບົນເວທີສາກົນ, ພາກພື້ນ ແລະ ອະນຸພາກພື້ນ; ພ້ອມກັບບັນດາປະເທດສະມາຊິກຮັກສາຄວາມສາມັກຄີ,  ປັບປຸງບົດບາດເປັນໃຈກາງຂອງ ອາຊຽນ ເພື່ອແນໃສ່ຮັບມືກັບບັນດາສິ່ງທ້າທາຍຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ສະ​ເໜີ 3 ຍຸດ​ທະ​ສາດປາຍ​ແຫຼມ ໃຫ້​ແກ່​ການ​ຮ່ວມ​ມື MLC ໃນ​ທົດ​ສະ​ວັດ​ທີ່ຈະ​ມາ​ເຖິງ

ຫວຽດ​ນາມ ສະ​ເໜີ 3 ຍຸດ​ທະ​ສາດປາຍ​ແຫຼມ ໃຫ້​ແກ່​ການ​ຮ່ວມ​ມື MLC ໃນ​ທົດ​ສະ​ວັດ​ທີ່ຈະ​ມາ​ເຖິງ

ກອງປະຊຸມ ມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງການຕ່າງປະເທດບັນດາປະເທດສະມາຊິກ MLC, ລວມມີ: ໄທ, ລາວ, ກຳປູເຈຍ, ມຽນມາ, ຈີນ ແລະ ຫວຽດນາມ. ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

Top