ກອງປະຊຸມ ມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງການຕ່າງປະເທດບັນດາປະເທດສະມາຊິກ MLC, ລວມມີ: ໄທ, ລາວ, ກຳປູເຈຍ, ມຽນມາ, ຈີນ ແລະ ຫວຽດນາມ. ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ຜູ້ແທນບັນດາປະເທດເຂົ້າຮ່ວມ ກອງປະຊຸມ (ພາບ: chinhphu.vn)
ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຮ່ວມມືແມ່ນ້ຳຂອງ - ລ້ານຊ້າງ (MLC) ຄັ້ງທີ 10 ດ້ວຍຫົວຂໍ້ “ທົດສະວັດທອງ: ຢຶດໝັ້ນ, ສາມັກຄີກັນສ້າງປະຊາຄົມທີ່ດີງາມກວ່າ”, ກອງປະຊຸມໄດ້ດຳເນີນໃນວັນທີ 15 ສິງຫາ, ຢູ່ນະຄອນ ອານແຈວນ (ຄຸນໝິງ, ຢຸນໜານ, ປະເທດ ຈີນ). ກອງປະຊຸມ ມີການເຂົ້າຮ່ວມຂອງລັດຖະມົນຕີກະຊວງການຕ່າງປະເທດບັນດາປະເທດສະມາຊິກ MLC, ລວມມີ: ໄທ, ລາວ, ກຳປູເຈຍ, ມຽນມາ, ຈີນ ແລະ ຫວຽດນາມ. ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ເມື່ອກ່າວຄຳເຫັນໃນກອງປະຊຸມ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ໄດ້, ພວມ ແລະ ປະກອບສ່ວນຢ່າງຕັ້ງໜ້າເພື່ອໃຫ້ການຮ່ວມມື MLC ບັນລຸໄດ້ບັນດາບາດກ້າວຫັນປ່ຽນໃໝ່, ມຸ່ງໄປເຖິງເປົ້າໝາຍສ້າງອະນາຄົດແຫ່ງສັນຕິພາບ, ວັດທະນາຖາວອນໃຫ້ແກ່ປະຊາຊົນ; ພ້ອມທັງສະເໜີ 3 ຍຸດທະສາດປາຍແຫຼມ ໃຫ້ແກ່ການຮ່ວມມື MLC ໃນທົດສະວັດທອງຕໍ່ໄປ. ຕາມນັ້ນແລ້ວ, MLC ຕ້ອງເພີ່ມທະວີການເຊື່ອມຕໍ່ຢ່າງຮອບດ້ານກ່ຽວກັບການຄົມມະນາຄົມ, ການຄ້າ ແລະ ປະຊາຊົນ; MLC ຕ້ອງສະແດງບົດບາດນຳໜ້າໃນການໝູນໃຊ້ວິທະຍາສາດ, ເຕັກໂນໂລຢີ ແລະ ນະວັດຕະກຳ ເພື່ອຊຸກຍູ້ການເຕີບໂຕໂດຍໄວ ແລະ ຍືນຍົງຂອງອະນຸພາກພື້ນ; ພ້ອມດຽວກັນນັ້ນ, MLC ຕ້ອງຢຶດໝັ້ນຕໍ່ກັບຄຳໝັ້ນສັນຍາຊຸກຍູ້ການພັດທະນາແບບຍືນຍົງ ດ້ວຍຈຸດສຸມແມ່ນຄຸ້ມຄອງຊັບພະຍາກອນນ້ຳໃຫ້ມີຄວາມຍຸຕິທຳ ແລະ ຍືນຍົງ, ເພີ່ມທະວີການໝູນໃຊ້ວິທະຍາສາດເຕັກໂນໂລຢີເຂົ້າໃນການແບ່ງປັນຂໍ້ມູນຂ່າວສານກ່ຽວກັບອຸຕຸນິຍົມ, ອຸທົກກະສາດ, ຊຸກຍູ້ຜັນຂະຫຍາຍຂໍ້ລິເລີ່ມເພີ່ມທະວີການຮ່ວມມືຊັບພະຍາກອນນ້ຳ MLC.
(ແຫຼ່ງຄັດຈາກ VOV)