Viettel ແລະ Qualcomm ຈະສືບຕໍ່ເລີ່ມດຳເນີນບັນດາໂຄງການຄົ້ນຄວ້າພັດທະນາ ດ້ວຍຈຸດປະສົງ Viettel ເປັນເຈົ້າຂອງບັນດາເຕັກໂນໂລຢີຍຸດທະສາດ, ລວມມີ: ພື້ນຖານໂຄງລ່າງ 5G/6G, ລະບົບຄຸ້ມຄອງອິນເຕີເນັດອັດສະລິຍະ ໂດຍອີງໃສ່ AI, ໂຄງລ່າງຄວບຄຸມ AI, ໂຄງລ່າງສູນຂໍ້ມູນຂ່າວສານ, ມາດຕະການ AI ໃຫ້ແກ່ລັດຖະບານ ແລະ ວິສາຫະກິດ….
ການນຳ Viettel ແລະ ກຸ່ມບໍລິສັດ Qualcomm ລົງນາມໃນຂໍ້ຕົກລົງ (ພາບ: qdnd.vn)
ວັນທີ 14 ສິງຫາ, ກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບ (Viettel) ແລະ ກຸ່ມບໍລິສັດ Qualcomm (ອາເມລິກາ) ໄດ້ລົງນາມໃນຂໍ້ຕົກລົງຮ່ວມມືຍຸດທະສາດ, ໂດຍເປົ້າໝາຍນຳ ຫວຽດນາມ ກາຍເປັນສູນຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຢີໃຫຍ່ຂອງໂລກ.
ຕາມນັ້ນແລ້ວ, Viettel ແລະ Qualcomm ຈະສືບຕໍ່ເລີ່ມດຳເນີນບັນດາໂຄງການຄົ້ນຄວ້າພັດທະນາ ດ້ວຍຈຸດປະສົງ Viettel ເປັນເຈົ້າຂອງບັນດາເຕັກໂນໂລຢີຍຸດທະສາດ, ລວມມີ: ພື້ນຖານໂຄງລ່າງ 5G/6G, ລະບົບຄຸ້ມຄອງອິນເຕີເນັດອັດສະລິຍະ ໂດຍອີງໃສ່ AI, ໂຄງລ່າງຄວບຄຸມ AI, ໂຄງລ່າງສູນຂໍ້ມູນຂ່າວສານ, ມາດຕະການ AI ໃຫ້ແກ່ລັດຖະບານ ແລະ ວິສາຫະກິດ…. ນີ້ແມ່ນບັນດາເຕັກໂນໂລຢີ, ຜະລິດຕະພັນທີ່ນອນໃນກຸ່ມ 11 ເຕັກໂນໂລຢີຍຸດທະສາດ ໂດຍລັດຖະບານປະກາດ, ປະກອບສ່ວນຫັນເປົ້າໝາຍນຳເສດຖະກິດດີຈີຕອນ ປະກອບສ່ວນ 30% GDP ໃນປີ 2030 ຂອງ ຫວຽດນາມ ໃຫ້ປະກົດຜົນເປັນຈິງ.
(ແຫຼ່ງຄັດຈາກ VOV)