ວັນທີ 15 ສິງຫາ, ຄະນະພະນັກງານນັກຮົບກອງທັບປະຊາຊົນ ລາວ ໄດ້ເດີນທາງໄປ ຫວຽດນາມ, ເຂົ້າຮ່ວມພິທີເດີນຂະບວນ, ສວນສະໜາມ ສະເຫຼີມສະຫຼອງວັນຊາດ ຫວຽດນາມ ຄົບຮອບ 80 ປີ. ນີ້ແມ່ນຄັ້ງທີ 2 ໃນປີນີ້ ທີ່ກອງທັບ ລາວ ໄດ້ສົ່ງຄະນະພະນັກງານ, ນັກຮົບມາເຂົ້າຮ່ວມພິທີເດີນຂະບວນ, ສວນສະໜາມສະເຫຼີມສະຫຼອງບັນດາວັນບຸນໃຫຍ່ຂອງ ຫວຽດນາມ.
ກ້ອນກຳລັງເດີນຂະບວນ, ສວນສະໜາມ ຂອງກອງທັບປະຊາຊົນ ລາວ ກ່ອນເດີນທາງໄປ ຫວຽດນາມ (ພາບ: VOV)
ໃນຈຳນວນພະນັກງານ, ນັກຮົບກວ່າ 100 ສະຫາຍ ທີ່ເຂົ້າຮ່ວມກ້ອນກຳລັງເດີນຂະບວນສວນສະໜາມຂອງກອງທັບລາວ ໃນຄັ້ງນີ້ ມີນັກຮົບຫຼາຍຄົນເຄີຍເຂົ້າຮ່ວມພິທີເດີນຂະບວນ, ສວນສະໜາມສະເຫຼີມສະຫຼອງວັນໄຊຊະນະຟາດຊິດ ຄົບຮອດ 80 ປີ ຢູ່ ສະຫະພັນ ລັດເຊຍ. ທ່ານພົນຈັດຕະວາ ກົງທອງ ສຸຂະວົງ ຮອງເສນາທິການໃຫຍ່ກອງທັບປະຊາຊົນ ລາວ ໃຫ້ຮູ້ວ່າ:
“ດ້ວຍຄວາມຕັດສິນໃຈສູງ, ນັກຮົບໃນກົມກອງລ້ວນແຕ່ຮູ້ສຶກດີໃຈ, ມີຄວາມເປັນກຽດເປັນຢ່າງຍິ່ງ ແລະ ຕັ້ງໜ້າເຂົ້າຮ່ວມການຝຶກຊ້ອມ. ສາມາດເວົ້າໄດ້ວ່າ ກ້ອນກຳລັງຂອງພວກຂ້າພະເຈົ້າ ໄດ້ກຽມພ້ອມເຂົ້າຮ່ວມການເດີນຂະບວນສວນສະໜາມຢູ່ ຫວຽດນາມ ໃນໂອກາດສຳຄັນນີ້”.
ເລື່ອງກອງທັບປະຊາຊົນລາວເຂົ້າຮ່ວມການເດີນຂະບວນສວນສະໜາມ ມີຄວາມໝາຍສຳຄັນຢ່າງເລິກເຊິ່ງໃນທຸກດ້ານ ການເມືອງ, ການຕ່າງປະເທດ ແລະ ການປ້ອງກັນຊາດ, ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາໃຫ້ແກ່ນ້ຳໃຈສາມັກຄີ ຫວຽດນາມ - ລາວ ໝັ້ນຄົງທະນົງແກ່ນໄປຊົ່ວກາລະນານ.
(ແຫຼ່ງຄັດຈາກ VOV)